Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໄດ້ 38,52% ຂອງ​ຄຳ​ຮ້ອງ​ທັງ​ໝົດ

ສະພາແຫ່ງຊາດ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໄດ້ 38,52% ຂອງ​ຄຳ​ຮ້ອງ​ທັງ​ໝົດ

0

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນແຕ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ຮອດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX, ວັນທີ 5 ກໍລະກົດນີ້ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານນາງ ສູນທອນ ໄຊຍະຈັກ ລາຍງານວ່າ: ຜ່ານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ຫາ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໄດ້ສໍາເລັດການຮຽບຮຽງກົດໝາຍ 12 ສະບັບທີ່ຮັບຮອງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ແລະ ໄດ້ຮັບການປະກາດໃຊ້ຢ່າງເປັນທາງການ ນໍາພາສ້າງ ແລະ ປັບປຸງສໍາເລັດໂດຍພື້ນຖານການກະກຽມຮ່າງກົດໝາຍ 10 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ຄົ້ນຄວ້າ ແລະ ກະກຽມປັບປຸງກົດໝາຍຂົງເຂດສະພາແຫ່ງຊາດ 4 ສະບັບ, ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ, ນິຕິກໍາໃຕ້ກົດໝາຍ 3 ຫົວຂໍ້, ຈັດຕັ້ງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ໃນ 9 ແຂວງ ມີຜູ້ເຂົ້າຮ່ວມ 415 ເທື່ອຄົນ. ພ້ອມນັ້ນກະກຽມບັນດາເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ຈໍານວນ 23 ເນື້ອໃນ, ກະກຽມອອກເປັນມະຕິກອງປະຊຸມສະພາແຫ່ງຊາດ 20 ສະບັບ, ດໍາເນີນກອງປະຂຸມຄະນະປະຈໍາສະພາແຫ່ງຊາດ 7 ຄັ້ງ ເພື່ອພິຈາລະນາເນື້ອໃນຕ່າງໆ 110 ເນື້ອໃນ ແລະ ໄດ້ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ 101 ສະບັບ, ນອກນັ້ນ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານເຄັ່ງຮ້ອນໄດ້ 10 ຄັ້ງ, ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການປະຕິບັດວາລະແຫ່ງຊາດ ແລະ ວຽກງານຮີບດ່ວນຈໍານວນໜຶ່ງ, ໄດ້ຄົ້ນຄວ້າ ກະກຽມເນື້ອໃນຄໍາຊັກຖາມສົ່ງໃຫ້ພາກສ່ວນກ່ຽວຂ້ອງຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ດໍາເນີນກອງປະຊຸມຮ່ວມກັບຄະນະລັດຖະບານເພື່ອພິຈາລະນາເນື້ອໃນຕ່າງໆ 7 ຄັ້ງ, ເກັບກໍາສັງລວມຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ 655 ສາຍ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ແລະ ສົ່ງໃຫ້ພາກສ່ວນຕ່າງໆ 304 ເລື່ອງ ເທົ່າກັບ 38,52% ຂອງຄໍາຮ້ອງທັງໝົດ 789 ເລື່ອງ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນໄດ້ 136 ຄັ້ງ.

ສ່ວນທິດທາງແຜນການຕໍ່ໜ້າ ຮຽບຮຽງກົດໝາຍ 10 ສະບັບທີ່ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ເພື່ອສາມາດອອກດໍາລັດປະກາດໃຊ້, ກະກຽມຮ່າງກົດໝາຍ 12 ສະບັບ, ທີ່ຈະນໍາເຂົ້າພິຈາລະນາຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຄົ້ນຄວ້າປັບປຸງກົດໝາຍຂົງເຂດສະພາແຫ່ງຊາດ 4 ສະບັບ, ປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດ ປກຊ-ປກສ 3 ສະບັບ, ກະກຽມເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ວຽກສໍາຄັນອື່ນໆຈໍານວນໜຶ່ງ.

ຈາກ​ນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນດ້ວຍຄວາມຮັບຜິດຊອບ ເປັນ​ຕົ້ນ​ແມ່ນ ການປະຕິບັດພາລະບົດບາດການປັບປຸງນິຕິກໍາ ແລະ ກົດໝາຍ ພາລະບົດບາດຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ, ການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ຊັກຊ້າ ແລະ ຫຼາຍຫຼົບຫຼາຍຕ່າວ ແລະ ການກໍານົດທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ບົດລາຍງານດັ່ງກ່າວມີຄວາມສອດຄ່ອງຖືກຕ້ອງກັບສະພາບຄວາມເປັນຈິງ, ມີເນື້ອໃນຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ເປັນຮູບປະທໍາ.

(ຂ່າວ: ແສງຈັນ, ພາບ: ບຸນອຸ້ມ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version