Home ຂ່າວຕ່າງປະເທດ ອົງການຮ່ວມມືຊຽງໄຮ້ ຄວນກ້າວເຂົ້າສູ່ທິດທາງໃດ?

ອົງການຮ່ວມມືຊຽງໄຮ້ ຄວນກ້າວເຂົ້າສູ່ທິດທາງໃດ?

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 4 ກໍລະກົດນີ້, ກອງປະຊຸມສະພາມົນຕີປະມຸກລັດຂອງປະເທດສະມາຊິກ ອົງການຮ່ວມມືຊຽງໄຮ້ ໄດ້ຈັດຂຶ້ນຜ່ານຮູບແບບວິດີໂອ. ໂລກໃນປັດຈຸບັນມີຄວາມສັບສົນປັ່ນປ່ວນ, ສະພາບການປ່ຽນແປງ ແບບບໍ່ເຄີຍມີມາກ່ອນໃນເວລາຮ້ອຍປີພວມເລັ່ງຜັນແປໄປ, ເຮັດໃຫ້ ສັງຄົມມະນຸດຜະເຊີນກັບສິ່ງທ້າຍທາຍແບບບໍ່ເຄີຍມີມາກ່ອນ. ສະນັ້ນ, ອົງການຮ່ວມມືຊຽງໄຮ້ ຄວນກ້າວເຂົ້າສູ່ທິດທາງໃດ?

ທ່ານ ສີຈິ້ນຜິງ ໄດ້ໃຫ້ຄໍາຕອບທີ່ມີລັກສະນະແນ່ນອນນັ້ນກໍຄືຄວາມປາດ ຖະໜາທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນປະເທດຕ່າງໆນັ້ນ, ເປັນສິ່ງທີ່ພວກເຮົາສະແຫວງຫາ, ກະແສຂອງຍຸກສະໄໝແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນແມ່ນບໍ່ສາມາດກີດກັ້ນໄດ້.

ເມື່ອຜະເຊີນໜ້າກັບບັນຫາຫຍຸ້ງຍາກດ້ານການພັດທະນາທົ່ວໂລກ ໃນປັດຈຸບັນ, ເວົ້າສຳລັບອົງການຮ່ວມມືຊຽງໄຮ້ ທີ່ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງແລ້ວ, ການຊຸກຍູ້ການເຕີບໂຕດ້ານເສດຖະກິດເປັນໜ້າທີ່ ຮ່ວມຂອງບັນດາປະເທດສະມາຊິກ. ທ່ານ ສີຈິ້ນຜິງ ມີຂໍ້ສະເໜີຕ່າງໆເຊັ່ນ: ເປີດກວ້າງຂະໜາດການຊຳລະສະສາງດ້ວຍເງິນຕາປະເທດສະມາຊິກອົງການຕົນ, ຊຸກຍູ້ການສ້າງທະນາຄານພັດທະນາຂອງອົງການຕົນ, ເລັ່ງສ້າງ ແລວທາງຈໍລະຈອນສິນຄ້າສາກົນໃນພາກພື້ນເປັນຕົ້ນ. ທ່ານ ສີຈິ້ນຜິງ ກ່າວວ່າ: ຕ້ອງພະຍາຍາມສູ້ຊົນພັດທະນາການຮ່ວມມືແບບຕ່າງຝ່າຍ ຕ່າງມີຜົນປະໂຫຍດໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອເຮັດໃຫ້ໝາກຜົນ ດ້ານການພັດທະນາສົ່ງຜົນປະໂຫຍດໄປໃຫ້ປະຊາຊົນບັນດາປະເທດ ໃຫ້ຫລາຍກວ່າເກົ່າ ແລະຍຸຕິທຳກວ່າເກົ່າ.

ພາຍໃນອົງການຮ່ວມມືຊຽງໄຮ້ ທີ່ເປັນເຂດແຄວ້ນອັນກວ້າງໃຫຍ່ ໄພສານ, ທ່ານ ສີຈິ້ນຜິງ ຍັງໄດ້ສະເໜີອອກມາວ່າ ໃນ 3 ປີຕໍ່ໜ້ານີ້, ຝ່າຍຈີນຈະສະໜອງທຶນການສຶກສາຄູສອນພາສາຈີນສາກົນ 1.000 ທຶນ ແລະໂອກາດເຂົ້າຮ່ວມກິດຈະກຳຄ້າຍລະດູຮ້ອນ “ຂົວພາສາຈີນ” 3.000 ຄົນໃຫ້ແກ່ປະເທດສະມາຊິກອົງການຮ່ວມມືຊຽງໄຮ້, ພ້ອມທັງເຊື້ອເຊີນ ນັກວິທະຍາສາດໜຸ່ມ 100 ຄົນມາຈີນເຂົ້າຮ່ວມການແລກປ່ຽນດ້ານ ການຄົ້ນຄວ້າວິທະຍາສາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version