Home ຂ່າວຕ່າງປະເທດ ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບ ທາດເຄມີ-ສິ່ງເສດເຫລືອ

ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບ ທາດເຄມີ-ສິ່ງເສດເຫລືອ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມ ຄັ້ງທີ 8 ກຸ່ມ ປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫລືອ (AWGCW-8) ໃນລະຫວ່າງ ວັນທີ 5–7 ກໍລະກົດນີ້ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະເລຂາອາຊຽນ, ບັນດາປະເທດໃນກຸ່ມອາຊຽນ ແລະ ອົງການຈັດຕັ້ງຄູ່ຮ່ວມມື, ສະມາຊິກຂອງບັນດາກຸ່ມປະຕິບັດງານຂຶ້ນກັບ ASOEN ຫວຽດນາມ, ຜູ້ຕາງໜ້າບັນດາ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ນັກຊ່ຽວຊານ, ນັກວິທະຍາສາດ ມາຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ​ເຂົ້າຮ່ວມເພື່ອໃຫ້ບັນດາຝ່າຍ ຕີລາຄາຄືນການເຄື່ອນໄຫວຮ່ວມມື ຂອງບັນດາປະເທດສະມາຊິກ ອາຊຽນ ກ່ຽວກັບທາດເຄມີ, ສິ່ງເສດເຫລືອໃນປີຜ່ານມາ, ປຶກສາຫາລື ແລະ ກຳນົດທິດເພື່ອແນໃສ່ເປັນເອກະພາບກ່ຽວກັບຫລັກການບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດພາກພື້ນໃນໄລຍະ​ໃໝ່ ​ແລະ ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version