Home ຂ່າວໜ້າໜຶ່ງ ຜົນສໍາເລັດພົ້ນເດັ່ນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX

ຜົນສໍາເລັດພົ້ນເດັ່ນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX

0

ໃນວັນທີ 5 ກໍລະກົດ 2023, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສໍາເລັດ ການພິຈາລະນາຮັບຮອງ ເອົາການເຄື່ອນໄຫວວຽກງານ ນັບແຕ່ແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ຫາ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະວຽກງານພົ້ນເດັ່ນ ດ້ານນິຕິບັນຍັດ ແມ່ນສໍາເລັດການປັບປຸງ, ຮຽບຮຽງກົດໝາຍ ຈໍານວນ 12 ສະ ບັບ ແລະ ໄດ້ນຳສະເໜີປະທານປະເທດ ອອກລັດຖະດໍາລັດປະກາດໃຊ້ຕາມກົດໝາຍກຳນົດ, ໃນນີ້ ກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 9 ສະບັບ ກວມເອົາ 4 ຂົງເຂດ ຄື: ຂົງເຂດການປົກຄອງ 3 ສະບັບ, ຂົງເຂດເສດ ຖະກິດ-ການເງິນ 4 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ.

ພ້ອມນັ້ນ, ພິຈາລະນາຮັບຮອງເອົາກົດໝາຍ 10 ສະ ບັບ ເຊິ່ງມີກົດໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບ ປຸງ 6 ສະບັບ; ທັງຄົ້ນຄວ້າ ແລະ ກະກຽມການປະເມີນປັບ ປຸງກົດໝາຍ ຂົງເຂດສະພາແຫ່ງຊາດ 4 ສະບັບ ຄື: ກົດ ໝາຍວ່າດ້ວຍການຕິດຕາມ ກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ຈໍານວນ 3 ຫົວຂໍ້ ທີ່ພົວພັນ ກັບປະ ມວນກົດໝາຍອາຍາ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ດຳລັດຂອງລັດຖະບານ; ໄດ້ໂຄສະນາເຜີຍແຜ່ບາງມາດຕາຂອງກົດໝາຍ ທີ່ຕິດພັນກັບບັນຫາເຄັ່ງຮ້ອນຂອງສັງຄົມ ຜ່ານສື່ມວນຊົນຂອງສະພາແຫ່ງຊາດ; ປະສານສົມທົບ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ບັນດາກະຊວງ, ອົງການ ໄດ້ຈໍານວນ 6 ພາກສ່ວນ; ຈັດກອງປະ ຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ 2 ຄັ້ງ; ຈັດ ຕັ້ງປະເມີນຜົນການປະຕິບັດ ກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະ ດີອາຍາ ໃຫ້ແກ່ເປົ້າໝາຍຕ່າງໆຢູ່ 9 ແຂວງ; ຄົ້ນຄວ້າການໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ 3 ສະບັບ.

ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຄົ້ນຄວ້າ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ເປັນຕົ້ນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ 23 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງ ຊາດ ຈໍານວນ 20 ສະບັບ; ໃນນີ້, ວຽກງານລັດຖະບານ 5 ສະບັບ, ວຽກງານສະພາແຫ່ງຊາດ 1 ສະບັບ; ວຽກງານອົງ ການໄອຍະການປະຊາຊົນສູງສຸດ ແລະ ວຽກງານສານປະ ຊາຊົນສູງສຸດ 4 ສະບັບ; ວຽກງານການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ; ໄດ້ດໍາເນີນກອງປະຊຸມຄະນະປະຈຳສະພາແຫ່ງຊາດ 7 ຄັ້ງ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນດາເນື້ອໃນຕ່າງໆ 110 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ຈໍານວນ 101 ສະບັບ.

ສະພາແຫ່ງຊາດ ຊຸດທີ IX ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນວຽກງານຕ່າງໆ 10 ຄັ້ງ ທີ່ພົວພັນກັບການປະຕິບັດລັດຖະທຳມະນູນ ແລະ ກົດ ໝາຍ, ການຜັນຂະຫຍາຍເນື້ອໃນກົດໝາຍ ທີ່ເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບຄວາມຄືບໜ້າໃນການປະຕິບັດ ສອງວາລະແຫ່ງຊາດ, ການຊົດ ເຊີຍຜົນກະທົບຈາກການລົງທຶນຂອງລັດ; ໄດ້ກະກຽມຄຳຊັກຖາມທີ່ເປັນບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ການຂຸດຄົ້ນແຮ່ທາດ, ການເໜັງຕີງຂອງລາຄາສິນຄ້າ, ບັນຫາອັດຕາແລກປ່ຽນ, ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ, ບັນຫາໂກຕາຄູ, ການປະລະການຮຽນ ແລະ ບັນຫາແຮງງານທີ່ຫລັ່ງໄຫລໄປເຮັດວຽກ ຢູ່ປະເທດໃກ້ຄຽງ ເພື່ອໃຫ້ລັດຖະບານ, ພາກສ່ວນກ່ຽວຂ້ອງ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ທີ່ສົ່ງເຖິງກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງ ຊາດ ຊຸດທີ IX ເຊິ່ງສັງລວມເອົາບັນຫາຕ່າງໆ ຈໍານວນ 352 ເນື້ອໃນ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ ໄຂ. ນອກນັ້ນ, ໄດ້ດຳເນີນກອງປະຊຸມຮ່ວມ ລະຫວ່າງ ຄະ ນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ເພື່ອພິ ຈາລະນາເນື້ອໃນສຳຄັນຕ່າງໆ; ໄດ້ຄົ້ນຄົ້ວາ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ໄດ້ 304 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 136 ຄັ້ງ. ນອກຈາການປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດແລ້ວ ຍັງໄດ້ປະຕິບັດໜ້າທີ່ວຽກງານປິ່ນອ້ອມ ຈຳນວນໜຶ່ງ ດັ່ງນີ້: ດຳເນີນການເລືອກຕັ້ງແທນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ; ປະຕິບັດນະໂຍບາຍໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ຈຳນວນໜຶ່ງ; ສໍາເລັດການຂຽນຕໍາແໜ່ງງານ ຕິດພັນກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງສະພາແຫ່ງຊາດ; ເອົາໃຈໃສ່ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະ ພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ລວມທັງພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ 16 ຄັ້ງ; ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ຂອງສະພາແຫ່ງ ຊາດ 14 ສະບັບ; ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ໄດ້ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະ ພາປະຊາຊົນຂັ້ນແຂວງ ຊຸດທີ II ຕິດພັນກັບການລົງພົບປະ ປະຊາຊົນຜູ້ມີສິດເລືອກຕັ້ງ ສຳເລັດໃນຂອບເຂດທົ່ວປະ ເທດ 1.191 ຈຸດ, ມີຜູ້ເຂົ້າຮ່ວມ 125.162 ເທື່ອຄົນ, ຍິງ 59.658 ເທື່ອຄົນ. ນອກນັ້ນ, ຍັງໄດ້ລະດົມທຶນຊ່ວຍ ເຫລືອ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ໃຫ້ແກ່ປະຊາຊົນ ລວມ ເປັນມູນຄ່າ 1.026.747.000 ກີບ; ສໍາເລັດການດໍາເນີນກອງປະຊຸມຄົບຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງ ປະຈໍາປີ 2022;

ໄດ້ເອົາໃຈໃສ່ເຄື່ອນໄຫວ ວຽກງານຕ່າງປະເທດ ໄດ້ຮັບຜົນສໍາເລັດເປັນຢ່າງດີ ເປັນຕົ້ນ ຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນ ກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ 8 ຄັ້ງ; ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນພາກພື້ນ ແລະ ສາກົນ 15 ຄັ້ງ; ຕ້ອນຮັບຄະນະຜູ້ ແທນຂັ້ນສູງຂອງປະເທດຕ່າງໆ 9 ຄະນະ ແລະ ຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນປະເທດຕ່າງໆ 19 ຄະນະ ແລະ ອື່ນໆ.

ສຳລັບ ໃນ 6 ເດືອນຕໍ່ໜ້າ ສະພາແຫ່ງຊາດ ຈະໄດ້ສືບຕໍ່ເຄື່ອນໄຫວວຽກງານແຕ່ນີ້ຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຕາມພາລະບົດ ບາດຂອງຕົນໃຫ້ບັນລຸຜົນສໍາເລັດຕາມຄາຍໝາຍທີ່ວາງໄວ້

ດ້ານນິຕິບັນຍັດ ປັບປຸງ ແລະ ຮຽບຮຽງເນື້ອໃນກົດໝາຍ 10 ສະບັບ ທີ່ຮັບຮອງເອົາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX; ກະກຽມຮ່າງກົດໝາຍ 12 ສະບັບ, ໃນນີ້, ກົດໝາຍສ້າງໃໝ່ 3 ສະບັບ, ກົດໝາຍປັບປຸງ 9 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າ ແລະ ປະເມີນກ້າວໄປເຖິງການປັບປຸງກົດໝາຍ ຂົງເຂດສະພາແຫ່ງຊາດ 4 ສະ ບັບ; ກະກຽມປະເມີນການ ຈັດຕັ້ງປະຕິບັດກົດໝາຍ ຂົງ ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍປ້ອງກັນຄວາມສະຫງົບປະຊາຊົນ; ຄົ້ນຄວ້າຕີຄວາມໝາຍ ຫລື ອະທິບາຍກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ; ຄົ້ນຄວ້າ, ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໃຫ້ມີຄຸນນະພາບຕາມກົດໝາຍກໍານົດ; ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຕໍ່ເປົ້າໝາຍຕ່າງໆໃຫ້ໄດ້ຢ່າງກວ້າງຂວາງ.

ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຮັບ ປະກັນການພິຈາລະນາຮັບຮອງເອົາ ບັນດາເນື້ອໃນສຳຄັນຕ່າງໆ ທີ່ນໍາມາຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ສະຫລຸບການຈັດ ຕັ້ງປະຕິບັດແຜນການ 5 ປີ ກາງສະໄໝ ຂອງແຕ່ລະພາກ ສ່ວນ, ການປະເມີນຜົນຄວາມໄວ້ວາງໃຈຕໍ່ບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງ ຕັ້ງ ແລະ ວຽກງານອື່ນໆ; ເອົາໃຈໃສ່ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຢູ່ກອງປະຊຸມຄະ ນະປະຈໍາສະພາແຫ່ງຊາດ ໃຫ້ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ.

ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມຄະນະປະຈຳສະພາແຫ່ງຊາດ; ຕິດຕາມກວດກາ ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕິດພັນກັບວາລະແຫ່ງຊາດ; ການຈັດ ຕັ້ງປະຕິບັດໜ້າທີ່ ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເພື່ອເປັນຂໍ້ມູນໃຫ້ແກ່ ກອງປະຊຸມສະພາແຫ່ງຊາດ ໃນຄັ້ງຕໍ່ໄປ; ຕິດຕາມກວດກາ ໂຄງການລົງທຶນຂະໜາດໃຫຍ່ ທີ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ຕິດຕາມກວດກາວຽກງານອື່ນໆ ຈຳນວນໜຶ່ງ; ພ້ອມທັງຕິດຕາມກວດກາ ຜ່ານກົນໄກການຮັບ ແລະ ພິຈາລະນາຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ໃຫ້ໄດ້ 80% ຂຶ້ນໄປຂອງຈໍານວນຄໍາຮ້ອງ ທີ່ເຂົ້າມາສະພາແຫ່ງ ຊາດ.

ເອົາໃຈໃສ່ເຄື່ອນໄຫວວຽກງານ ການຕ່າງປະເທດ ໃຫ້ສອດຄ່ອງຕາມແນວທາງຂອງພັກ ດ້ວຍຄວາມເປັນເຈົ້າ ການ ແລະ ມີຜົນສຳເລັດເປັນຢ່າງດີ ເປັນຕົ້ນ ວຽກງານພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ອັນພົ້ນເດັ່ນ ແມ່ນກະກຽມເປັນເຈົ້າພາບ ກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ; ກະ ກຽມເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 44 ຢູ່ປະເທດອິນໂດ ເນເຊຍ ແລະ ເລີ່ມກະກຽມຮອບດ້ານ ໃຫ້ແກ່ການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢູ່ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version