Home ຂ່າວກິລາ ອັນເຊລັອດຕິ ຈົບຄຸມ ມາດຣິດ ຈະຄຸມບຣາຊິນ Copa America 2024

ອັນເຊລັອດຕິ ຈົບຄຸມ ມາດຣິດ ຈະຄຸມບຣາຊິນ Copa America 2024

0

ທ່ານ ເອັດນັນໂດ ໂຣດຣິເກສ ປະທານສະຫະພັນບານເຕະ ບຣາຊິນ (CBF) ເປີດເຜີຍທິດທາງຂອງທີມຊາດຊຸດໃຫຍ່ວ່າຈະແຕ່ງຕັ້ງຫົວຫນ້າຄູຝຶກໃນໄລຍະ 12 ເດືອນຂ້າງໜ້າ ເພື່ອລໍຖ້າ ຄາໂລ ອັນເຊລັອດຕິ ມາຄຸມເຕັມເວລາໃນລາຍການໃນ Copa America 2024.

ລາຍງານຈາກ Globo Esporte ວ່າ ອັນເຊລັອດຕິ ໄດ້ຕົກລົງດ້ວຍວາຈາກັບປະທານຂອງ CBF ໄປແລ້ວວ່າ ເມື່ອໝົດສັນຍາກັບ ຣິວ ມາດຣິດ ທ້າຍລະດູການ 2023-24 ຈະຮັບຄຸມທີມຊາດບຣາຊິນ.

ດັ່ງນັ້ນ ລະຫວ່າງນີ້ ສະຫະພັນຈຶ່ງຂໍໃຫ້ ແຟນານໂດ ດີນີຊ ຫົວໜ້າຄູຝຶກຂອງສະໂມສອນ ຟລູມິເນນເຊ ຄວບ 2 ວຽກ ນອກຈາກເຮັດວຽກເປັນປະຈໍາໃຫ້ກັບຍອດທີມແຫ່ງນະຄອນ ຣິໂອ ເດ ຈາເນໂຣ ກໍແບ່ງເວລາມາຊ່ວຍປະເທດຊາດແບບຮັກສາການໄປເຖິງກາງປີໜ້າ ລໍຖ້າສົ່ງໜ້າທີ່ໃຫ້ແກ່ ອັນເຊລັອດຕິ.

ປະທານ CBF ກ່າວວ່າ ” ແຜນການຫຼິ້ນຂອງ ດິນິຊ ແມ່ນເກືອບຈະເໝືອນກັບ ອັນເຊລັອດຕິ ຜູ້ຈັດການທີ່ຈະມາຄຸມທີມຊາດບຣາຊິນ ແຂ່ງ Copa America 2024 ” .

“ ເຮົາບໍ່ເອີ້ນ ແຟນານໂດ ວ່າເປັນຮັກສາການຜູ້ຝຶກສອນທີມຊາດ ແຕ່ເຂົາຈະເຂົ້າມາຮັບດູແລທີມຊາດບຣາຊິນ ໃນໄລຍະຂ້າມຜ່ານກ່ອນເຖິງມືຂອງ ອັນເຊລັອດຕິ.

ການແຂ່ງຂັນ Copa America 2024 ໄດ້ສະຫະລັດອາເມຣິກາ ເປັນເຈົ້າພາບ ໂດຍຈະເລີ່ມໃນວັນທີ 20 ມິຖຸນາ ເປັນທີ່ໜ້າສົນໃຈວ່າ “ດອນ ຄາໂລ” ເຊິ່ງບໍ່ເຄີຍຄຸມທີມເຕະບານທີມຊາດບຣາຊິນມາກ່ອນ ຈະປັ້ນ ບຣາຊິນ ໄປໃນທິດທາງໃດ ?

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version