Home ຂ່າວຕ່າງປະເທດ ສິງກະໂປ ເປັນເມືອງທີ່ຄ່າຄອງຊີບແພງທີ່ສຸດໃນໂລກ

ສິງກະໂປ ເປັນເມືອງທີ່ຄ່າຄອງຊີບແພງທີ່ສຸດໃນໂລກ

0

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ກໍລະກົດ 2023 ວ່າ: Julius Baer Group (ຈູເລຍ ແບ) ບໍລິສັດບໍລິຫານຈັດການຄວາມຮັ່ງມີ ແລະ ການລົງທຶນຊັ້ນນໍາລະດັບພຣີມຽມຈາກປະເທດສະວິດເຊີແລນ ເຜີຍແຜ່ລາຍງານຄວາມຮັ່ງມີ ແລະ ໄລສະຕາຍທົ່ວໂລກ ປະຈຳປີ 2023 ພົບວ່າ ສິງກະໂປ ເປັນເມືອງທີ່ຄ່າຄອງຊີບສູງທີ່ສຸດ ແລະ ມີ 5 ເມືອງຈາກອາຊີຕິດ 10 ອັນດັບທຳອິດ.

ນັບເປັນຄັ້ງທຳອິດທີ່ສິງກະໂປຂຶ້ນມາຄອງອັນດັບ 1 ຫຼັງຈາກຢູ່ໃນອັນດັບ 9 ໃນປີ 2021 ແລະ ອັນດັບ 5 ໃນປີ 2022 ກ່ອນຈະສາມາດບຽດແຊງຊຽງໄຮ້ໃຫ້ຕົກໄປຢູ່ອັນດັບ 2 ໄດ້ໃນປີນີ້.

ນັກວິເຄາຂອງ Julius Baer ລະບຸວ່າ: ລັດຖະບານສິງກະໂປ ປະສົບຄວາມສໍາເລັດໃນການພະຍາຍາມເຮັດໃຫ້ສິງກະໂປ ເປັນສະຖານທີ່ທີ່ໜ້າດຶງດູດໃຈບຸກຄົນທີ່ມີລາຍໄດ້ສູງ ໃນການໃຊ້ຊີວິດ ແລະ ເຮັດວຽກ ໃນຂະນະດຽວກັນ ກໍເປັນການດັນໃຫ້ຄ່າຄອງຊີບສູງຂຶ້ນເຊັ່ນກັນ.

ໂດຍສະເພາະຢ່າງຍິ່ງ ໃນນະຄອນລັດສິງກະໂປ ທີ່ມີປະຊາກອນປະມານ 5,5 ລ້ານຄົນ ແຕ່ມີຄ່າເຊົ່າບ້ານ, ລາຄາເຮືອນ, ຄ່າຮໍ່າຮຽນ, ພາສີລົດ ແລະ ຄ່າຄອງຊີບທົ່ວໄປສູງ ລວມເຖິງຄ່າປະກັນສຸຂະພາບທີ່ຈຳເປັນສູງກວ່າຄ່າສະເລ່ຍທົ່ວໂລກຫຼາຍກວ່າ 2 ເທົ່າ.

ໃນເວັບໄຊຂອງລັດຖະບານສິງກະໂປ ລະບຸຂໍ້ມູນລາຄາຫ້ອງພັກໃນຄອນໂດມິນຽມນອກເຂດສູນກາງຂອງນະຄອນລັດ ຊຶ່ງສ່ວນໃຫຍ່ຢູ່ລະຫວ່າງ 1.300-2.350 ໂດລາສິງກະໂປຕໍ່ເດືອນ ຂະນະທີ່ຄ່າເຊົ່າຄອນໂດມິນຽມ ສະເລ່ຍຢູ່ທີ່ 3.800-5.750 ໂດລາສິງກະໂປຕໍ່ເດືອນໂດຍສະເລ່ຍ.

ນອກຈາກນີ້, ນັກວິເຄາະຂອງ Julius Baer ຍັງກ່າວອີກວ່າ: ສິງກະໂປ ເປັນເມືອງທີ່ໜ້າຢູ່, ຮັ່ງມີ ແລະ ເປັນສາກົນມາດົນແລ້ວ.

ປັດຈຸບັນ ສິງກະໂປ ກຳລັງແຂ່ງຂັນກັນເພື່ອເປັນສູນກາງຊັ້ນນຳຂອງໂລກ ສຳລັບການຢູ່ອາໄສຂອງຜູ້ຮັ່ງມີ ອີກທັງສິງກະໂປ ມີສະໜາມບິນທີ່ມີຄົນຫຼາຍ ແລະ ເປັນໜຶ່ງໃນເມືອງທີ່ມີລາຍໄດ້ສະເລ່ຍຕໍ່ຫົວ (GDP Per Capita) ສູງທີ່ສຸດໃນໂລກ.

10 ເມືອງທີ່ຄ່າຄອງຊີບແພງທີ່ສຸດໃນໂລກ ປະກອບມີ 1. ສິງກະໂປ, 2. ຊຽງໄຮ້, 3. ຮົງກົງ, 4. ລອນດອນ, 5. ນິວຢອກ, 6. ໂມນາໂກ, 7. ດູໄບ, 8. ໄທເປ, 9. ເຊົາເປົາລູ ແລະ 10. ໄມອາມີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version