Home ຂ່າວຕ່າງປະເທດ ນູແວນເຊລັງ ປະເທດທຳອິດໃນໂລກທີ່ບໍ່ນຳໃຊ້ຖົງພລາສຕິກ

ນູແວນເຊລັງ ປະເທດທຳອິດໃນໂລກທີ່ບໍ່ນຳໃຊ້ຖົງພລາສຕິກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກໍລະກົດ ຜ່ານມາ, ທ່ານ ເດວິດ ປາກເກີ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງນູແວເຊລັງກ່າວວ່າ: ມາດຕະການຫ້າມນຳໃຊ້ຖົງພລາສຕິກ ແລະ ບັນຈຸຜະລິດຕະພັນພລາສຕິກ ທຸກປະເພດສຳລັບໃຊ້ຜັກ ແລະ ໝາກໄມ້ ໃນຊຸບເປີມາເກັດ, ຮ້ານຂາຍເຄື່ອງທົ່ວໄປ ແລະ ຕະຫຼາດສົດ ຊຶ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ ຜ່ານມາ ຖືວ່າເປັນປະເທດທຳອິດໃນໂລກທີ່ໃຊ້ມາດຕະການນີ້.

ໃນເບື້ອງຕົ້ນລັດຖະບານນູແວນເຊລັງໄດ້ປະເມີນວ່າ: ມາດຕະການດັ່ງກ່າວໜ້າຈະຊ່ວຍຫຼຸດປະລິມານຖົງພລາສຕິກ ທີ່ໝູນວຽນຢູ່ໃນຕະຫຼາດໄດ້ປະມານປີລະ 150 ລ້ານຖົງ ໂດຍປະຊາຊົນຕ້ອງນຳເອົາຖົງຜ້າ ຫຼື ຖົງອື່ນໆໄປໃສ່ຜັກ ແລະ ໝາກໄມ້ເອງຈາກຮ້ານ ບຸກຄົນໃດທີ່ຝ່າຝືນບໍ່ວ່າຈະເປັນຜູ້ປະກອບການ ຫຼື ລູກຄ້າ ອາດຈະຕ້ອງຖືກປັບເປັນເງິນສູງເຖິງ 100.000 ໂດລານູແວນເຊລັງ. ອີກຢ່າງໜຶ່ງ, ເມື່ອເບິ່ງກັບໄປໃນປີ 2019 ນູແວນເຊລັງໄດ້ຫ້າມການນຳໃຊ້ຖົງ ພລາສຕິກ ແບບໃຊ້ຄັ້ງດຽວແລ້ວຖິ້ມ ຊຶ່ງທ່ານ ປາກເກີ ກ່າວວ່າ: ເປັນການຊີ້ໃຫ້ເຫັນເຖິງຄວາມຄຸ້ນເຄີຍຂອງຄົນນູແວນເຊລັງ ທີ່ມີຕໍ່ການໃຊ້ຖົງສ່ວນຕົວ ຊຶ່ງມາດຕະການດັ່ງກ່າວມີຜົນບັງຄັບໃຊ້ເພີ່ມເຕີມ ຖືວ່າເປັນການຕໍ່ຍອດໃຫ້ການໃຊ້ຜະລິດຕະພັນ ພລາສຕິກ ໃນປະເທດຫຼຸດຈຳນວນລົງອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version