Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ສຳເລັດການພິຈາລະນາຍຸດທະສາດການປົກປ້ອງສັງຄົມ ແຫ່ງຊາດ

ສະພາແຫ່ງຊາດ ສຳເລັດການພິຈາລະນາຍຸດທະສາດການປົກປ້ອງສັງຄົມ ແຫ່ງຊາດ

0

ໃນວັນທີ 4 ກໍລະກົດ 2023, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສຳເລັດການພິຈາລະນາ ບົດລາຍງານຂອງລັດຖະບານໃນການ ຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ, ພາຍຫລັງທີ່ໄດ້ສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງວັນທີ 30 ມິຖຸນາ 2023. ທັງນີ້, ບັນດາ ສສຊ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດເຫັນ ດ້ວຍຄວາມຮັບ ຜິດຊອບສູງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນລາວບັນດາເຜົ່າ, ພ້ອມທັງສະເໜີ ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງນໍາໄປຄົ້ນຄວ້າ, ປັບປຸງແກ້ໄຂ ໃຫ້ມີຜົນສໍາເລັດດີຂຶ້ນ.

ໃນວາລະກອງປະຊຸມ ຜູ້ແທນສ່ວນຫລາຍ ແມ່ນເຫັນດີເປັນເອກະພາບຕໍ່ ບົດລາຍງານຂອງລັດ ຖະບານ ກ່ຽວກັບການກຳນົດ ຍຸດທະສາດການປົກປ້ອງສັງ ຄົມແຫ່ງຊາດ ເຊິ່ງໄລຍະຜ່ານມາ ລັດຖະບານ ໄດ້ມີຄວາມພະຍາຍາມສ້າງ ແລະ ນຳພາຈັດຕັ້ງປະຕິບັດແຜນຍຸດທະສາດ ການປົກປ້ອງສັງຄົມແຫ່ງຊາດ ມີຜົນສຳເລັດຫລາຍດ້ານ ແລະ ໄດ້ປະ ກອບສ່ວນສຳຄັນ ເຂົ້າໃນການປົກປ້ອງພົນລະເມືອງ ຈາກຜົນກະທົບທາງດ້ານເສດຖະກິດ-ສັງຄົມ, ໄພພິບັດທໍາມະຊາດ ແລະ ກໍລະນີອື່ນໆ. ແຕ່ເຖິງຢ່າງໃດກໍຕາມ ຜ່ານການຕິດຕາມກວດກາຕົວຈິງ ຂອງສະພາແຫ່ງຊາດ, ຜູ້ແທນຍັງສະແດງຄວາມເປັນຫ່ວງ-ເປັນໃຍ ແລະ ສະເຫນີໃຫ້ລັດຖະ ບານ ເອົາໃຈໃສ່ແກ້ໄຂບາງດ້ານ ເຊັ່ນ: ການຕິດຕາມກວດກາ ແລະ ປະເມີນຜົນ ວຽກງານປະກັນສຸຂະພາບ, ປະກັນສັງຄົມ ເພື່ອຊອກໃຫ້ເຫັນ ດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີແກ້ໄຂໃນຕໍ່ໜ້າ ໂດຍສະເພາະ ໃນເງື່ອນໄຂທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ຊີວິດການເປັນຢູ່ຂອງປະຊາຊົນ ກໍພົບຄວາມຫຍຸ້ງຍາກ, ການຕອບສະໜອງງົບປະມານຂອງລັດ ໃຫ້ແກ່ກອງທຶນປະກັນສຸຂະພາບ ແລະ ກອງທຶນປະກັນສັງຄົມ ຍັງມີຄວາມຈຳກັດ. ບັນດາ ສສຊ ສ່ວນຫລາຍ້ຫັນວ່າ ລັດຖະບານ ຄວນຄົ້ນຄວ້າ ເພື່ອໂຮມສອງກອງທຶນດັ່ງກ່າວ ໃຫ້ຂຶ້ນກັບອົງການຄຸ້ມຄອງດຽວກັນ ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ ເພື່ອເຮັດໃຫ້ວຽກງານປະກັນສຸຂະພາບ, ປະ ກັນສັງຄົມ ມີຄວາມເຂັ້ມແຂງ ແລະ ຍືນຍົງ, ຫລຸດຜ່ອນການແບກຫາບດ້ານງົບປະມານຂອງລັດ; ໃຫ້ລັດຖະບານ ສ້າງ ແລະ ປັບປຸງລະບົບຖານຂໍ້ມູນລະດັບຊາດ ກ່ຽວກັບວຽກງານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໃຫ້ລວມສູນ, ທັນສະໄໝ ແລະ ສາມາດເຊື່ອມຕໍ່ກັນໄດ້ ລະຫວ່າງຂະແໜງການ, ທ້ອງຖິ່ນໃນຂອບ ເຂດທົ່ວປະເທດ, ສາມາດກຳນົດໄດ້ກຸ່ມເປົ້າໝາຍ ທີ່ຈະໄດ້ຮັບການຊ່ວຍເຫລືອ ເປັນຕົ້ນ: ຜູ້ທີ່ມີຖານະເສດຖະກິດ ທຸກຍາກ, ປານກາງ, ຜູ້ມີຖານະດີ, ກຸ່ມເປົ້າໝາຍທີ່ດ້ອຍໂອ ກາດ, ກຸ່ມທີ່ໄດ້ຮັບການປົກປ້ອງພິເສດ. ນອກນີ້ ໃຫ້ລັດຖະ ບານ ເອົາໃຈໃສ່ປັບປຸງ ກົນໄກການຄຸ້ມຄອງບໍລິຫານ, ບັນ ຫາຄຸນນະພາບການບໍລິການ ຂອງລະບົບປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ, ລວມທັງການປັບປຸງຈັນຍາບັນ, ຈັນຍາທໍາ ຂອງບຸກຄະລາກອນ ໃຫ້ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ຄົ້ນຄວ້າການອອກບັດປະກັນສຸຂະພາບໃຫ້ທົ່ວເຖິງ, ປັບປຸງບັດປະກັນສັງຄົມ, ບັດປະ ກັນສຸຂະພາບ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກຢູ່ທຸກສະ ຖານທີ່ບໍລິການປິ່ນປົວສຸຂະພາບ ໃນຂອບເຂດທົ່ວປະ ເທດ; ໃຫ້ລັດຖະບານ ຄົ້ນຄ້ວາຈັດສັນງົບປະມານ ເພື່ອແກ້ໄຂບັນຫາໜີ້ສິນທີ່ສະສົມມາຫລາຍປີ ຂອງກອງທຶນປະ ກັນສຸຂະພາບ ເພື່ອບໍ່ໃຫ້ເກີດມີໜີ້ສິນສະສົມໄປເລື້້ອຍໆ ແລະ ເພີ່ມງົບປະມານໃຫ້ແກ່ ວຽກງານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໂດຍສະເພາະແມ່ນ ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃຫ້ສຳເລັດໂດຍໄວ.

ນອກຈາກນີ້ ບັນດາ ສສຊ ຍັງສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນຳບັນດາຂະແໜງການກ່ຽວຂ້ອງ ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກ ງານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ ແລະ ສະພາບຄວາມເປັນຈິງ ຂອງແຕ່ລະໄລ ຍະ, ພ້ອມທັງຊຸກຍູ້, ຕິດຕາມ, ກວດກາ ການໂຄສະນາເຜີຍແຜ່ ແລະ ການຈັດຕັ້ງປະຕິບັດໃຫ້ແຂງແຮງ; ໃຫ້ລັດ ຖະບານ ເພີ່ມການຊີ້ນຳຄະນະກຳມາທິການແຫ່ງຊາດ ເພື່ອການປົກປ້ອງສັງຄົມ ດຳເນີນການປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ ການປົກປ້ອງສັງຄົມ ແຫ່ງຊາດ ເພື່ອປັບປຸງວິທີການ, ມາດຕະການຈັດຕັ້ງປະຕິບັດ 20 ກິດຈະ ກຳ ທີ່ກຳນົດໄວ້ໃນ ແຜນຍຸດທະສາດດັ່ງກ່າວ ໃຫ້ເກີດຜົນເປັນຈິງ; ໃຫ້ລັດຖະບານ ຊີ້ນຳການຄົ້ນຄວ້າ ແລະ ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມາທິການເພື່ອປົກປ້ອງສັງຄົມ, ປັບປຸງກົນໄກປະສານງານ ໃນການຈັດຕັ້ງປະຕິບັດຍຸດທະສາດ ການປົກປ້ອງສັງຄົມ ແຫ່ງ ຊາດ ລະຫວ່າງ ບັນດາຂະແໜງການຂັ້ນສູນກາງດ້ວຍກັນ ແລະ ລະຫວ່າງ ສູນກາງກັບທ້ອງຖິ່ນ ໃຫ້ມີຄວາມໂລ່ງ ລ່ຽນ, ກົມກຽວກັນ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ຂ່າວ: ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version