Home ຂ່າວຕ່າງປະເທດ ອຸດສາຫະກຳການຜະລິດລົດ ສປ ຈີນ ຈະເລີນເຕີບໂຕ 14,3%

ອຸດສາຫະກຳການຜະລິດລົດ ສປ ຈີນ ຈະເລີນເຕີບໂຕ 14,3%

0

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ ວັນທີ 2 ກໍລະກົດ ສະມາຄົມ ຜູ້ຜະລິດລົດແຫ່ງປະເທດຈີນ ລາຍງານວ່າ: ຂະແໜງການ ຜະລິດລົດ ຂອງຈີນ ຈະເລີນເຕີບໂຕຂຶ້ນທາງດ້ານລາຍໄດ້ ແລະ ຜົນກຳໄລໃນໄລຍະເດືອນມັງກອນ-ເດືອນພືດສະພາ. ໂດຍສະເພາະ ລາຍໄດ້ ຈາກການດຳເນີນງານ ຂອງ ກຸ່ມບໍລິສັດ ໃນຂົງເຂດນີ້ ລວມກັັນເຖິງ 3,63 ພັນຕື້ຢວນ, ເພີ່ມຂຶ້ນ 14,3% ເມື່ອທຽບໃສ່ປີຕໍ່ປີ, ກວມເອົາ 7,1% ຂອງ ລາຍໄດ້ ຈາກ ການດຳເນີນງານ ທັງໝົດ ຂອງ ຜູ້ ປະກອບການ ໃນຂົງເຂດ ອຸດສາຫະກຳຫລັກ. ສ່ວນ ກຳໄລ ຂອງ ກຸ່ມຜູ້ຜະລິດ ຍານພາຫະນະ ຂອງ ຈີນ ໃນໄລຍະ 5 ເດືອນຕົ້ນປີນີ້ ລວມມີ 1,74 ແສນລ້ານຢວນ, ເພີ່ມຂຶ້ນ 24,3% ເມື່ອທຽບໃສ່ ປີກ່ອນໜ້ານີ້. /

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version