Home ຂ່າວຕ່າງປະເທດ ຟາວ ເພີ່ມການຄຸ້ມຄອງແຫລ່ງນ້ຳ ຢ່າງມີຜົນປະໂຫຍດສູງສຸດໃນການປູກຝັງ

ຟາວ ເພີ່ມການຄຸ້ມຄອງແຫລ່ງນ້ຳ ຢ່າງມີຜົນປະໂຫຍດສູງສຸດໃນການປູກຝັງ

0

ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ຫວຽດນາມ, ນັບ​ແຕ່​ ວັນ​ທີ1-7 ກໍລະກົດ​ນີ້ ອົງການອາຫານ ແລະ ການກະເສດ (FAO) ຈັດ​ກອງ​ປະຊຸມ​ ຄັ້ງທີ 43 ໃນຂອບເຂດກອງປະຊຸມລັດຖະມົນຕີ FAO ລະຫວ່າງ ປີ 2023–2027 ແລະ ບັນດາກອງປະຊຸມໂຕະມົນຂັ້ນສູງປິ່ນອ້ອມຫົວຂໍ້ຄຸ້ມຄອງແຫລ່ງນ້ຳ​ລວມ ເພື່ອແນໃສ່ຫລຸດຜ່ອນປະລິມານນ້ຳນຳໃຊ້​ເຂົ້າ​ໃນການປູກຝັງ ​ຢ່າງ​ມີ​ຜົນ​ປະ​ໂຫຍ​ດ ສູງ​ສຸດ.ຈາກ​ນັ້ນ ທ່ານ ທາມານ ຊານມູກາຣັນນາມ (Tharman Shanmugaratnam) ລັດຖະມົນຕີ ຜູ້ປະສານງານນະໂຍບາຍສັງຄົມຂອງສິງກະໂປ ເປັນປະທານຮ່ວມຄະນະກຳມະການທົ່ວໂລກ ກ່ຽວກັບເສດຖະກິດແຫລ່ງຊັບພະຍາກອນນ້ຳ ຂອງສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຕ້ອງເພີ່ມທະວີການຄຸ້ມຄອງແຫລ່ງນ້ຳຢ່າງມີປະສິດທິຜົນເພື່ອບັນລຸໄດ້ບັນດາເປົ້າໝາຍ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ດິນຟ້າອາກາດ ແລະ ສິ່ງແວດລ້ອມ ທົ່ວໂລກ. ສຳລັບການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ສສ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫລຸດ ປະລິມານນ້ຳຮັບໃຊ້ການປູກຝັງອັນໄດ້ນຳມາ ​ເຊິ່ງປະສິດທິຜົນຊ່ວຍປະຊາຊົນປະຢັດລາຍຈ່າຍ ແລະ ເວລາ​ຫລາຍ​ຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version