Home ຂ່າວຕ່າງປະເທດ ປະກາດການສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສາຍພົວພັນ ຫວຽດນາມ – ມາເລເຊຍ

ປະກາດການສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງສາຍພົວພັນ ຫວຽດນາມ – ມາເລເຊຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງກົວລາລຳເປີ ມາເລເຊຍ, ສະຖານທູດ ຫວຽດນາມ ປະຈຳມາເລເຊຍ ແລະ ສະມາຄົມມິດຕະພາບ ມາເລເຊຍ – ຫວຽດນາມ ໄດ້ຈັດພິທີປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ – ມາເລເຊຍ (1973 – 2023).

ທ່ານ ດິງງອກລິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ກ່າວຄຳເຫັນໃນພິທີວ່າ: ຫຼາຍກວ່າ 50 ປີຜ່ານມາ, ການພົວພັນຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ ແລະ ຊຸກຍູ້ໃນຫຼາຍຂົງເຂດ, ຈາກການເມືອງ – ການຕ່າງປະເທດ ຕະຫຼອດຮອດການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ກໍຄືເສດຖະກິດ, ພົວພັນແລກປ່ຽນວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນສອງປະເທດ, ພິເສດແມ່ນພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015. ທ່ານເອກອັກຄະລັດຖະທູດ ກໍສະແດງຄວາມເຊື່ອໝັ້ນຕໍ່ການພົວພັນຮ່ວມມື ຫວຽດນາມ – ມາເລເຊຍ ຈະສືບຕໍ່ພັດທະນາຂຶ້ນຫຼາຍກວ່າເກົ່າໃນໄລຍະຈະມາເຖິງ. ໃນຂອບເຂດເຫດການ, ສະມາຄົມມິດຕະພາບ ມາເລເຊຍ – ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳ (MoU) ກັບສູນຂໍ້ມູນຂ່າວສານເຕັກໂນໂລຊີຊີວະພາບ ແລະ ກົມມໍລະດົກສິລະປະດີຈີຕອນຂອງ ມາເລເຊຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version