Home ຂ່າວໜ້າໜຶ່ງ ກະຊວງການຕ່າງປະເທດ ລາວ ແລະ ມາເລເຊຍ ຮັດແໜ້ນການພົວພັນຮ່ວມມື

ກະຊວງການຕ່າງປະເທດ ລາວ ແລະ ມາເລເຊຍ ຮັດແໜ້ນການພົວພັນຮ່ວມມື

0

ວັນທີ 26 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ທ່ານ ແຊມບຣີ ອັບດຸນ ກາເດຍ (Zambry Abdul Kadir), ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 25-26 ມິຖຸນາ 2023.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ພ້ອມຄະນະ ໃນຄັ້ງນີ້, ເຊິ່ງປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ. ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ແຊມບຣີ ອັບດຸນ ກາເດຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນເດືອນທັນວາ 2022, ພ້ອມທັງຍິນດີທີ່ຈະເຮັດວຽກຮ່ວມກັນກັບ ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນຂອບການຮ່ວມມືພາກພື້ນອາຊຽນ ແລະ ຂອບການຮ່ວມມືສາກົນອື່ນໆ.

ໃນການພົບປະສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນການຮ່ວມມື ຂອງສອງປະທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ ແລະ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ຢ່າງເປັນປົກກະຕິ ນໍາໄປສູ່ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ ເປັນພື້ນຖານອັນໜັກແໜ້ນເຮັດໃຫ້ ການພົວພັນຂອງສອງປະເທດ ກ້າວຂຶ້ນສູ່ລະດັບສູງ, ການຮ່ວມມືໃນຫລາຍໆດ້ານກໍ່ໄດ້ຮັບການເສີມຂະຫຍາຍ ເປັນ ຕົ້ນ ດ້ານປ້ອງກັນປະເທດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະນາຄານ ແລະ ອື່ນໆ. ໃນຂະນະດຽວກັນ, ສອງປະເທດ ລາວ-ມາເລເຊຍ ກໍສືບຕໍ່ມີການພົວພັນຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆ. ພ້ອມກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ຊຸກຍູ້ເປີດກ້ວາງ ແລະ ລົງເລິກການພົວພັນຮ່ວມມື ໃນຂົງເຂດຕ່າງໆ ທີ່ສອງຝ່າຍຍັງມີທ່າແຮງບົ່ມຊ້ອນ.

ພິເສດ ໃນການພົບປະຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລື ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນວັນທີ 26-27 ມິຖຸນາ 2023 ນີ້, ລວມເຖິງການປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ມາເລເຊຍ (JCBC) ຄັ້ງທີ 4 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນປີ 2024. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.

ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ໃນໄລຍະຜ່ານມາ ໂດຍສະເພາະໃນຂະແໜງການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານ ໂຄງການ MTCP (Malaysian Technical Cooperation Programme), ທຶນການສຶກສາ ແລະ ທຶນຝຶກອົບຮົມຕ່າງໆ, ການຊ່ວຍເຫລືອໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຝ່າຍມາເລເຊຍຊາບ ກ່ຽວກັບການກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ, ລວມເຖິງການເປີດປີທ່ອງທ່ຽວລາວ ໃນປີ 2024.

ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ຝ່າຍລາວທີ່ໃຫ້ຄວາມຮ່ວມມືຢ່າງເຕັມທີ່ໃນການກະກຽມຄວາມພ້ອມເພື່ອກະກຽມຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ຈະເດີນທາງມາຢ້ຽມຢາມທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023 ນີ້. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ມາເລເຊຍ ໃນເວທີພາກພື້ນ ແລະ ສາກົນ ຕະຫລອດມາ, ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໂດຍສະເພາະ ໃນໂອກາດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້.

ຂ່າວ: ສຸກສະຫວັດ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version