Home ຂ່າວຕ່າງປະເທດ ຝຣັ່ງ ວາງແຜນແກ້ໄຂບັນຫານັກທ່ອງທ່ຽວ

ຝຣັ່ງ ວາງແຜນແກ້ໄຂບັນຫານັກທ່ອງທ່ຽວ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາ, ທ່ານນາງ ໂອລິເວຍ ເກຣກົວ ລັດຖະມົນຕີການທ່ອງທ່ຽວຝຣັ່ງໄດ້ເປີດເຜີຍແຜນການທີ່ຈະຄວບຄຸມຈຳນວນນັກທ່ອງທ່ຽວໃນສະຖານທີ່ຍອດນິຍົມ ແລະ ວາງກົນລະຍຸດຮັບມືກັບບັນຫານັກທ່ອງທ່ຽວລົ້ນເມືອງ.

ທ່ານນາງ ໂອລິເວຍ ເກຣກົວ ກ່າວວ່າ: ຝຣັ່ງ ຊຶ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນໂລກ ດັ່ງນັ້ນ, ຈຶ່ງຈຳເປັນທີ່ຈະຕ້ອງມີການບໍລິຫານຈັດການທີ່ດີ ຕໍ່ການຫຼັ່ງໄຫຼເຂົ້າປະເທດໃນໄລຍະລະດູການທ່ອງທ່ຽວ ຊຶ່ງເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ, ຄຸນນະພາບຊີວິດຂອງປະຊາຊົນໃນເມືອງ ແລະ ປະສົບການທີ່ຜູ້ມາຢ້ຽມຢາມໄດ້ຮັບ. ບັນຫາດັ່ງກ່າວເປັນເລື່ອງຮີບດ່ວນ ສຳລັບຈຸດໝາຍປາຍທາງສຳຄັນທົ່ວໂລກ ເນື່ອງຈາກການເດີນທາງລະຫວ່າງປະເທດຫຼັງຈາກການປິດເມືອງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມສູງຂຶ້ນຢ່າງວ່ອງໄວ ໂດຍສະຖານທີ່ທ່ອງທ່ຽວຍອດນິຍົມຫຼາຍແຫ່ງໃນຝຣັ່ງເຊັ່ນ: ມະຫາວິຫານມົງ-ແຊັງ-ມິແຊນ ໃນແຄ້ວນນໍມັງດີ ຕ່າງກໍເຕັມໄປດ້ວຍຜູ້ຄົນທີ່ມາຢ້ຽມຊົມຈຳນວນຫຼາຍ. ທັງນີ້, ການປະກາດຂອງລັດຖະບານຝຣັ່ງ ມີຂຶ້ນໃນຂະນະທີ່ນະຄອນຫຼວງປາຣີ ຊຶ່ງກຳລັງພົບກັບບັນຫາການຂາດແຄນບ່ອນຢູ່ອາໄສ ເພາະເຈົ້າຂອງບ້ານຕ້ອງການໃຫ້ນັກທ່ອງທ່ຽວເຊົ່າໃນໄລຍະສັ້ນ, ລັດຖະບານຝຣັ່ງລະບຸວ່າ: ຈຳນວນນັກທ່ອງທ່ຽວໃນປີນີ້ອາດຈະສູງເຖິງ 37 ລ້ານຄົນ ເຖິງແມ່ນວ່າມັນຈະເປັນໂຕເລກທີ່ນ້ອຍກວ່າລະດັບ 38,5 ລ້ານຄົນ ໃນໄລຍະກ່ອນເກີດການແຜ່ລະບາດ ໃນປີ 2019.

ຂະນະນີ້, ລັດຖະບານຝຣັ່ງຈະຈັດຕັ້ງກຸ່ມກວດສອບອຸດສາຫະກຳ ເພື່ອລະບຸພື້ນທີ່ໆມີຄວາມສ່ຽງຫຼາຍທີ່ສຸດ ແລະ ເຮັດກົນລະຍຸດ ເພື່ອສົ່ງເສີມການທ່ອງທ່ຽວນອກລະດູການ ອີກທັງຍັງມີເປົ້າໝາຍສຳຄັນຄື ການຂໍຄວາມຊ່ວຍເຫຼືອຈາກອິດທິພົນໃນສື່ສັງຄົມອອນລາຍ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບຄວາມສ່ຽງຂອງບັນຫານັກທ່ອງທ່ຽວລົ້ນເມືອງເຊັ່ນ: ການສະໜັບສະໜູນໃຫ້ຜູ້ຄົນແນມຫາສະຖານທີ່ທ່ອງທ່ຽວທີ່ບໍ່ຄ່ອຍມີຄົນຮູ້ຈັກ ຫຼື ເດີນທາງນອກລະດູຮ້ອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version