Home ຂ່າວກິລາ ອີຕາລີ ຊະນະ ອີຣານ 3-0 ເຊັດ ບານສົ່ງຊາຍ ເນຊັນ ລີກ 2023

ອີຕາລີ ຊະນະ ອີຣານ 3-0 ເຊັດ ບານສົ່ງຊາຍ ເນຊັນ ລີກ 2023

0

ການແຂ່ງຂັນບານສົ່ງຊາຍ ເນຊັນ ລີກ 2023 ໃນລະຫວ່າງວັນທີ 21-22 ມິຖຸນາ 2023 ເປັນການແຂ່ງຂັນໃນອາທິດທີ 2 ມີການລົງສະໜາມທັງໝົດ 6 ຄູ່ ແບ່ງເປັນ 2 ກຸ່ມ ໃນນີ້ກຸ່ມ 3 ແຂ່ງຂັນທີ່ເມືອງຣັອດເຕີດຳ ປະເທດໂຮນລັງ. ສ່ວນກຸ່ມ 4 ແຂ່ງຂັນທີ່ເມືອງອໍເລອັອງ ປະເທດຝຣັ່ງ.

ຄູ່ທຳອິດ ໃນວັນທີ 21 ມິຖຸນາ 2023 ທີມຊາດອີຣານ ລົງສະໜາມພົບກັບ ທີມຊາດອີຕາລີ ຜົນປະກົດວ່າ ເກມນີ້ ອີຕາລີ ກັບມາສ້າງຜົນງານໄດ້ດີເອົາຊະນະໄປໄດ້ 3-0 ເຊັດ 25-19, 25-18 ແລະ 25-24 ຄະແນນ. ສ່ວນຄູ່ຕໍ່ມາ ທີມຊາດສະຫະລັດອາເມຣິກາ ພົບກັບ ທີມຊາດຈີນ ຜົນການແຂ່ງຂັນປະກົດວ່າ ສະຫະລັດອາເມຣິກາ ເອົາຊະນະໄປໄດ້ 3-0 ເຊັດ 28-26, 25-22 ແລະ 25-18 ຄະແນນ. ສຳລັບຄູ່ສຸດທ້າຍຂອງກຸ່ມນີ້ ທີມຊາດເຢຍລະມັນ ລົງສະໜາມພົບກັບ ທີມຊາດໂປໂລຍ ຜົນການແຂ່ງຂັນປະກົດວ່າ ໂປໂລຍ ເອົາຊະນະ ເຢຍລະມັນ ໄປໄດ້ 3-2 ເຊັດ 21-25, 25-22, 14-25, 25-17 ແລະ 10-15 ຄະແນນ.

ຂະນະທີ່ກຸ່ມ 4 ຄູ່ທຳອິດ ທີມຊາດຍີ່ປຸ່ນ ລົງສະໜາມພົບກັບ ທີມຊາດກຸຍບາ ຜົນການແຂ່ງຂັນປະກົດວ່າ ຍີ່ປຸ່ນ ເອົາຊະນະໄປໄດ້ 3-0 ເຊັດ 25-21, 25-16 ແລະ 25-21 ຄະແນນ. ຄູ່ຕໍ່ມາ ທີມຊາດສະໂລວີນີ ລົງສະໜາມພົບກັບ ທີມຊາດການາດາ ຜົນການແຂ່ງຂັນປະກົດວ່າ ທີມຊາດສະໂລວີນີ ເອົາຊະນະໄປໄດ້ 3-0 ເຊັດ 25-23, 25-22 ແລະ 25-14 ຄະແນນ. ຄູ່ສຸດທ້າຍ ທີມຊາດອາກຊັງຕິນ ລົງສະໜາມພົບກັບ ທີມຊາດຝຣັ່ງ ຜົນການແຂ່ງຂັນປະກົດວ່າ ອາກຊັງຕິນ ເອົາຊະນະໄປໄດ້ 3-1 ເຊັດ 22-25, 26-24, 25-21 ແລະ 25-20 ຄະແນນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version