Home ຂ່າວການເມືອງ ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ

ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ

0

ພິທີມອບ-ຮັບ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ 6 ແຂວງພາກເໜືອຂອງລາວ ກັບຄືນສູ່ບ້ານເກີດເມືອງນອນ ເພື່ອໃຫ້ຄອບຄົວໄດ້ມີໂອກາດທຳພິທີທາງສາສະໜາຕາມຮີດຄອງປະເພນີ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ ນີ້ ທີ່ສະໂມສອນຂອງແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ພົ.ວ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກະຊວງປ້ອງກັນປະເທດ ຕາງໜ້າຄະນະປະຕິບັດງານພິເສດລັດຖະບານລາວ, ທ່ານ ພົ.ວ ດິງແມ້ງ ຟາດ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເຂດ 2 ຜູ້ຕາງໜ້າຄະນະປະຕິບັດງານພິເສດພ້ອມດ້ວຍການນຳ 6 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງອຸດົມໄຊ, ການນຳເມືອງໄຊ ແລະ ສອງກອງບັນຊາການ ປກສ-ປກຊ ເຂົ້າຮ່ວມ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ຫົວໜ້າຄະນະປະຕິບັດງານພິເສດ ແຂວງອຸດົມໄຊ ກ່າວວ່າ: ຜ່ານການເຄື່ອນໄຫວສຳຫຼວດຂໍ້ມູນ, ຊອກຫາ ແລະ ຂຸດຄົ້ນອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ຢູ່ຜືນແຜ່ນດິນລາວ ໃນໄລຍະຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດລາວ. ເວົ້າລວມ, ເວົ້າສະເພາະໃນໄລຍະ 6 ເດືອນຜ່ານມາ ກອງຂຸດຄົ້ນອັດຖິທະຫານເຂດ ສສ ຫວຽດນາມ ປະຈຳພາກເໜືອ ແຂວງອຸດົມໄຊ ໄດ້ມີຄວາມພະຍາຍາມສູງ, ສຸມທຸກກໍາລັງແຮງໃນການລົງສໍາຫຼວດ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ແຕ່ເນື່ອງຈາກວ່າຂໍ້ມູນດັ່ງກ່າວ ໄດ້ຜ່ານໄລຍະເວລາຫຼາຍສິບປີ ບັນດາພື້ນທີ່ສູ້ຮົບ ມີການພັດທະນາ ແລະ ປ່ຽນແປງຫຼາຍ ພາໃຫ້ການຄົ້ນຫາພົບຄວາມຫຍຸ້ງຍາກ ຈຶ່ງໄດ້ພຽງແຕ່ຈໍານວນທີ່ໜ້ອຍ; ສໍາລັບການມອບ-ຮັບຄັ້ງນີ້ລວມມີຈໍານວນ 10 ອັດຖິ.

ທ່ານ ສົມຈິດ ປັນຍາສັກ ໃຫ້ຮູ້ອີກວ່າ: ສອງປະເທດ ລາວ-ຫວຽດນາມ ຊຶ່ງມີຊາຍແດນຕິດຈອດຮ່ວມກັນກັບສາຍພູຫຼວງ ແຕ່ເໜືອຮອດໃຕ້, ປະຊາຊົນສອງຊາດ ມີຮີດຄອງປະເພນີອັນດີງາມຄ້າຍຄືກັນ ແລະ ມີການພົວພັນຮ່ວມມືຢ່າງສະໜິດແໜ້ນ ມາແຕ່ດົນນານ, ມີຄວາມສາມັກຄີຜູກພັນຄືອ້າຍນ້ອງຮ່ວມອຸທອນດຽວກັນຈົນມາຮອດທຸກວັນນີ້; ນັບແຕ່ການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າແລະ ແບບໃໝ່ພວກເຮົາເຄີຍຖືກຮຸກຮານເຮັດໃຫ້ສອງຊາດພວກເຮົາເສຍອິດສະຫຼະພາບ, ກາຍເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວ, ດ້ວຍເຫດນີ້ ພວກເຮົາຈຶ່ງໄດ້ພ້ອມກັນຕໍ່ສູ້ຍາດເອົາອິດສະຫຼະພາບຂອງຕົນຄືນມາຢ່າງອົງອາດກ້າຫານ, ບໍ່ຍອມຈຳນົນ ຈຶ່ງໄດ້ຮັບໄຊຊະນະ ແລະ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ. ໂດຍພາຍໃຕ້ແສງສະຫວ່າງຂອງ ລັດທິມາກ-ເລນິນ ຊຶ່ງ ປະທານໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໄດ້ໝູນໃຊ້ເອົາລັດທິມາກ-ເລນິນ ເຂົ້າໃນການປະຕິວັດ ຢູ່ 3 ປະເທດອິນດູຈີນ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ. ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈີນ ໃນເມື່ອກ່ອນ, ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ຂະບວນການປະຕິວັດຂອງລາວ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັນກັບຂະບວນການປະຕິວັດຂອງປະຊາ ຊົນຫວຽດນາມ ໄດ້ຕໍ່ສູ້ຍາດເອົາໄຊຊະນະຈາກພວກລ່າເມືອງຂຶ້ນທີ່ມາຮຸກຮານ, ຍາດໄດ້ອິດສະຫຼະພາບມາສູ່ປວງຊົນທັງຊາດ ແລະ ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເພື່ອສືບຕໍ່ຮ່ວມມືຮອບດ້ານກັບປະເທດຫວຽດນາມຕະຫຼອດມາຈົນກ້າວເຂົ້າສູ່ໃນພາລະກິດປ່ຽນແປງໃໝ່ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນເຖິງປັດຈຸບັນຢ່າງມີໄຊ.

ຍ້ອນເຫັນໄດ້ຄວາມສາມັກຄີ ພິເສດຂອງສອງພັກສອງລັດ ຫວຽດນາມ ແລະ ລາວ ທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ກ້າຫານໄດ້ເສຍສະຫຼະຊີວິດ ອຸທິດຕົນປະກອບສ່ວນຊ່ວຍເຫຼືອ ໃນພາລະກິດປະຕິວັດ ຊຶ່ງມີບົດບາດບົນເວທີສາກົນອັນສູງສົ່ງ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບທະຫານ ແລະ ປະຊາຊົນລາວພວກເຮົາ, ພວກເຂົາເຈົ້າໄດ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ຢູ່ບົນຜືນແຜ່ນດິນລາວແຫ່ງນີ້ ຊຶ່ງເປັນບັ້ນຮົບການປະຕິວັດທີ່ມີຄວາມໝາຍສຳຄັນຍິ່ງໃຫຍ່ທີ່ສຸດ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ກໍຄືພັກກອມມູນິດ ຫວຽດນາມປັດຈຸບັນ. ໄດ້ສະແດງໃຫ້ເຫັນເຖິງຄວາມເສຍສະຫຼະອັນສູງສົ່ງ ເຂົ້າໃນພາລະກິດປົດປ່ອຍປະເທດຊາດ ປະຊາຊົນລາວ ບັນດາເຜົ່າ ໄດ້ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ. ປະເທດຊາດໄດ້ຮັບການປົດປ່ອຍ, ສາມາດປະກາດປະເທດລາວ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອັນນີ້ແມ່ນຜົນງານ ແລະ ຄຸນງາມຄວາມດີຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອ, ຄວາມຜາສຸກສ່ວນຕົວເພື່ອພາລະກິດການປະຕິວັດຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອຄວາມຢູ່ດີກິນດີປະຊາຊົນລາວ ໃນທຸກວັນນີ້.

ສະນັ້ນ, ການລົງສຳຫຼວດ, ເກັບກຳຂໍ້ມູນ, ການຊອກຫາຂຸດຄົ້ນທ້ອນໂຮມ ແລະ ການເຄື່ອນຍ້າຍອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ເສຍສະຫຼະຊີວິດ ໃນໄລຍະຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດລາວ ຢູ່ 6 ແຂວງພາກເໜືອຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍການປະສານສົມທົບກັນກັບກອງປະຕິບັດງານພິເສດ ທະຫານເຂດ 2 ກອງທັບປະຊາຊົນ ສາທາລະນະລັດ ສັງຄົມນິຍົມຫວຽດນາມປະຈຳພາກ ເໜືອ ແຂວງອຸດົມໄຊ ແຕ່ປີ 1994 ເຖິງປັດຈຸບັນ ເປັນເວລາ 29 ປີ ຊຶ່ງສາມາດກວດກາຊອກຫາຂຸດຄົ້ນ ແລະ ທ້ອນໂຮມອັດຖິໄດ້ທັງໝົດຈຳນວນ 1.802 ອັດຖິ. ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດເມືອງນອນ ຈຳນວນ 366 ອັດຖິ, ສົ່ງກັບຄືນປະເທດທັງໝົດຈຳນວນ 1.792 ອັດຖິ. ສະເພາະໄລຍະທີ II ສົກປີ 2022-2023 ໄດ້ກວດກາ, ຊອກຫາ ແລະ ຂຸດຄົ້ນໄດ້ 10 ອັດຖິ ຢູ່ແຂວງຫຼວງພະບາງ 4 ອັດຖິ, ແຂວງຫຼວງນໍ້າທາ 4 ອັດຖິ ແລະ ແຂວງຜົ້ງສາລີ 2 ອັດຖິ. ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດຈຳນວນ 4 ອັດຖິ, ລວມທັງໝົດຈຳນວນ 1.802 ອັດຖິ;

ໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງອຸດົມໄຊ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນລາວ ບັນດາເຜົ່າ 6 ແຂວງພາກເໜືອຂອງລາວ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຮ່ວມກັບກອງປະຕິບັດງານພິເສດທະຫານເຂດ 2 ປະຈຳພາກເໜືອ ຈົ່ງໃຊ້ທຸກວິທີທາງໃນການຊອກຫາຫຼຸມຝັງສົບຈຳນວນ 204 ອັດຖິ ຢູ່ໃນຈໍານວນ 23 ເມືອງ ແລະ 62 ບ້ານ. ເພື່ອຂຸດຄົ້ນ ແລະ ທ້ອນໂຮມ ສົ່ງກັບຄືນສູ່ບ້ານເກີດເມືອງນອນ ໃນທ້າຍປີ 2023 ແລະ ໃນຊຸມປີຕໍ່ໆໄປເພື່ອປະຕິບັດຕາມເນື້ອໃນ ຈຸດປະສົງຂອງສອງພັກ-ລັດຖະບານ ກ່ຽວກັບການຊອກຫາ, ຂຸດຄົ້ນ ແລະ ນຳສົ່ງບັນດາອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ກັບຄືນພູມລຳເນົາຂອງຕົນ.

ພິທີໄດ້ລົງນາມບົດບັນທຶກມອບ-ຮັບຢ່າງເປັນທາງການ ຈາກນັ້ນກໍໄດ້ເຮັດພິທີທາງສາສະໜາ ແລະໄວ້ອາໄລເຖິງດວງວິນຍານບັນດານາຍ ແລະ ພົນທະຫານດັ່ງກ່າວ ດ້ວຍຄວາມໂສກເສົ້າ ແລະ ຮູ້ບຸນຄຸນອັນເລິກເຊິ່ງ ຈາກນັ້ນ ກໍໄດ້ຈັດພິທີສົ່ງອັດຖິກັບຄືນປະເທດ ໂດຍມີ ການນຳພັກ-ລັດ, ບັນດາພະແນກ ການ, ສອງກອງບັນຊາການ, ບັນດາພະນັກງານ, ອົງການຈັດຕັ້ງບ້ານ, ນັກຮຽນ-ນັກສຶກສາຕະຫຼອດຮອດຊາວແຂວງອຸດົມໄຊຢ່າງສົມກຽດ.

ຂ່າວ-ພາບ: ໄມພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version