Home ແຈ້ງການສໍາຄັນ ເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທືອນ 2.8 ຣີກເຕີ ຢູ່ແຂວງຫລວງນໍ້າທາ

ເກີດແຜ່ນດິນໄຫວ ມີຄວາມແຮງສັ່ນສະເທືອນ 2.8 ຣີກເຕີ ຢູ່ແຂວງຫລວງນໍ້າທາ

0

ໃນວັນທີ 22 ມີຖຸນາ 2023 ເວລາ 23:53 ໂມງ ໄດ້ພົບສັນຍານ ການເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນ ກາງເສັ້ນຂະໜານທີ 20.717 ອົງສາເໜືອ ແລະ ເສັ້ນແວງທີ 100.795 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 04 ກິໂລແມັດ ຈຸດສູນກາງ ເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງລອງ ແຂວງຫລວງນໍ້າທາ ຫ່າງຈາກເທດສະບານເມືອງລອງ ປະມານ 27 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version