Home ຂ່າວຕ່າງປະເທດ ຈີນ ຈະຮ່ວມກັບປະຊາຄົມໂລກສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນຊີຣີ

ຈີນ ຈະຮ່ວມກັບປະຊາຄົມໂລກສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນຊີຣີ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນຊີຣີ ຜ່ານຜ່າຄວາມຫຍຸ້ງຍາກຫຼັງປະສົບໄພພິບັດໂດຍໄວ ເພື່ອບັນລຸການຟື້ນຟູ ສ້າງສາຄືນໃໝ່.

ຕາມຂ່າວແຈ້ງວ່າ: ກ່ອນໜ້ານີ້, ພິທີມອບ-ຮັບອາຫານ ແລະ ເຮືອນຊົ່ວຄາວທີ່ລັດຖະບານຈີນຊ່ວຍເຫຼືອຊີຣີໄດ້ຈັດຂຶ້ນຢູ່ນະຄອນຫຼວງດາມັສກັດ ປະເທດຊີຣີ, ຫົວໜ້າສະພາກາແດງ ແລະ ຊີກວົງເດືອນແດງຊີຣີ ພ້ອມດ້ວຍເຈົ້າໜ້າທີ່ລັດຖະບານຊີຣີໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງຈີນ. ທ່ານນາງ ເໝົາໜິງ ໃຫ້ຮູ້ຕື່ມວ່າ: ໃນຕົ້ນເດືອນກຸມພາ 2023 ນີ້, ຊີຣີໄດ້ເກີດແຜ່ນດິນໄຫວໜັກໜ່ວງ, ຈີນໄດ້ປະຕິບັດກົນໄກຊ່ວຍເຫຼືອດ້ານມະນຸດສະທໍາຢ່າງຮີບດ່ວນ ແລະ ທັນເວລາ ໂດຍໄດ້ຊ່ວຍເຫຼືອວັດຖຸສິ່ງຂອງ ແລະ ເງິນສົດມູນຄ່າ 30 ລ້ານຢວນ ແກ່ຊີຣີ ເພື່ອສະໜັບສະໜູນການສ້າງສາຄືນໃໝ່ຫຼັງຈາກແຜ່ນດິນໄຫວຢູ່ຊີຣີ, ຈີນໄດ້ເລັ່ງຈັດຕັ້ງປະຕິບັດການຊ່ວຍເຫຼືອອາຫານຢ່າງຮີບດ່ວນ ແລະ ເພີ່ມການສະໜອງເຮືອນຊົ່ວຄາວ 225 ຊຸດ ມູນຄ່າ 10 ລ້ານຢວນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version