Home ຂ່າວຕ່າງປະເທດ ຖານນ້ຳກ້ອນຫິມະໄລລະລາຍໄວກວ່າທົດສະວັດທີ່ຜ່ານມາ 65%

ຖານນ້ຳກ້ອນຫິມະໄລລະລາຍໄວກວ່າທົດສະວັດທີ່ຜ່ານມາ 65%

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາ, ສູນນາໆຊາດເພື່ອການພັດທະນາພູແບບບູລະນາການ ຫຼື ICIMOD ຊຶ່ງຕັ້ງຢູ່ເນປານ ໄດ້ເປີດເຜີຍບົດລາຍງານການສຶກສາໂດຍລະບຸວ່າ: ຖານນ້ຳກ້ອນເທິງເທືອກພູຫິມະໄລ ຊຶ່ງເປັນແຫຼ່ງນ້ຳສຳຄັນຂອງຜູ້ຄົນເກືອບ 2.000 ລ້ານຄົນ ກຳລັງລະລາຍໃນອັດຕາທີ່ໄວກວ່າທີ່ເຄີຍເປັນມາ ເນື່ອງຈາກການປ່ຽນແປງສະພາບອາກາດສົ່ງຜົນໃຫ້ຫຼາຍຊຸມຊົນສ່ຽງຕໍ່ການປະເຊີນກັບໄພພິບັດທີ່ຄາດເດົາບໍ່ໄດ້ ແລະ ສ້າງຄວາມເສຍຫາຍຮຸນແຮງ.

ICIMOD ລະບຸວ່າ: ຖານນໍ້າກ້ອນເທິງເທືອກພູຫິມະໄລລະລາຍໄວຂຶ້ນ 65% ໃນລະຫວ່າງປີ 2011-2021 ເມື່ອທຽບກັບໄລຍະທົດສະວັດກ່ອນໜ້ານີ້ ແລະ ຈາກທ່າອ່ຽງຂອງການປ່ອຍແກັສເຮືອນແກ້ວ ໃນຂະນະນີ້ຖານນ້ຳກ້ອນດັ່ງກ່າວອາດຈະຫາຍໄປເຖິງ 80% ຂອງປະລິມານໃນປັດຈຸບັນ ພາຍໃນທ້າຍສະຕະວັດນີ້ດ້ວຍ. ທ່ານ ຟີລິບປັສ ເວສເຕີ ຜູ້ນຳໃນດ້ານການຂຽນບົດລາຍງານການສຶກສາສະບັບນີ້ລະບຸວ່າ ເມື່ອອາກາດອຸ່ນຂຶ້ນ ນ້ຳກ້ອນຈະລະລາຍ ຊຶ່ງມັນເປັນໄປຕາມທີ່ຄາດຄະເນໄວ້ ແຕ່ສິ່ງທີ່ຄາດໄວ້ ແລະ ເປັນກັງວົນຢ່າງຍິ່ງຄື ມັນລະລາຍໄວກວ່າທີ່ພວກເຮົາຄິດໄວ້ຫຼາຍ. ທັງນີ້, ຖານນ້ຳກ້ອນໃນພາກພື້ນເທືອກພູຮິນດູກູດ ຫຼໍ່ລ່ຽງລະບົບແມ່ນ້ຳທີ່ສຳຄັນທີ່ສຸດໃນໂລກ 10 ສາຍເຊັ່ນ: ແມ່ນ້ຳຄົງຄາ ແລະ ແມ່ນ້ຳສິນທຸ ອີກທັງຍັງເປັນແຫຼ່ງນ້ຳສຳຄັນທີ່ໃຫ້ອາຫານ, ພະລັງງານ, ອາກາດທີ່ສະອາດ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາກອນປະມານ 240 ລ້ານຄົນໃນພື້ນທີ່ພູ ເຊັ່ນດຽວກັບຜູ້ຄົນອີກປະມານ 1.650 ລ້ານຄົນທີ່ອາໄສຢູ່ຫວ່າງພູແມ່ນ້ຳດ້ານລຸ່ມ. ທ່ານນາງ ອິຊາເບນລາ ໂຄຊິເອນ ຮອງຫົວໜ້າ ICIMOD ກ່າວວ່າ: ເນື່ອງຈາກປະຊາກອນປະມານ 2.000 ລ້ານຄົນ ໃນທະວີບອາຊີຕ້ອງອາໄສນ້ຳຈາກຖານນ້ຳກ້ອນ ແລະ ຫິມະເທິງພູ ຜົນທີ່ຕາມມາຂອງການສູນເສຍຈຶ່ງກວ້າງໃຫຍ່ເກີນກວ່າທີ່ຈະຍອມຮັບໄດ້.

ເຖິງແມ່ນວ່າ ຈະມີຄວາມພະຍາຍາມໃນການຈຳກັດອຸນຫະພູມຂອງໂລກໄວ້ທີ່ 1,5 ອົງສາ – 2 ອົງສາ ສູງກວ່າລະດັບອຸນຫະພູມກ່ອນຍຸກອຸດສາຫະກຳຕາມຂໍ້ຕົກລົງປາຣີ ສະບັບປີ 2015 ແຕ່ບົດລາຍງານຂອງ ICIMOD ໄດ້ຄາດຄະເນວ່າ: ຖານນໍ້າກ້ອນເຫຼົ່ານັ້ນຈະລະລາຍຫາຍໄປ 33%-50% ຂອງປະລິມານເດີມພາຍໃນປີ 2100. ທ່ານ ເວສເຕີ ກ່າວເນັ້ນຢ້ຳເຖິງຄວາມຈຳເປັນໃນການດຳເນີນການດ້ານສະພາບອາກາດຢ່າງຮີບດ່ວນ ທຸກໆການເພີ່ມຂຶ້ນເທື່ອລະໜ້ອຍຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງ ແລະ ພວກເຮົາຈຳເປັນຕ້ອງດຳເນີນການເພື່ອບັນເທົາບັນຫາສະພາບອາກາດທີ່ແນ່ນອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version