Home ຂ່າວການເມືອງ ຄຳມ່ວນ ດຳເນີນກອງປະຊຸມກາງສະໄໝ ຄະນະບໍລິຫານງານພັກແຂວງ ສະໄໝທີ X

ຄຳມ່ວນ ດຳເນີນກອງປະຊຸມກາງສະໄໝ ຄະນະບໍລິຫານງານພັກແຂວງ ສະໄໝທີ X

0

ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໄຂຂຶ້ນໃນວັນທີ 20 ມິຖຸນາ 2023 ທີ່ສະໂມສອນໃຫຍ່ ຫຼັກ 4 ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ຜູ້ຊີ້ນຳແຂວງຄຳມ່ວນ, ມີບັນດາແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ມີສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະສະພາປະຊາຊົນແຂວງ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານພັກ 10 ເມືອງ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ. ເຊິ່ງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງຈະໄດ້ສັງເກດຕີລາຄາ ບັນດາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ, ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ ຜັນຂະຫຍາຍ, ປະຕິບັດສອງວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຄົ້ນຄວ້າ, ກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງແຂວງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຜົນສຳເລັດຕາມຄາດໝາຍ. ພ້ອມດຽວກັນ ຍັງໄດ້ຕີລາຄາຄືນຄວາມຮັບຜິດຊອບໜ້າທີ່ການເມືອງ ຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະພັກແຂວງ ເພື່ອເສີມຂະຫຍາຍດ້ານດີ, ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເປັນການຍົກສູງຄວາມສາມາດໃນການນຳພາ, ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງບັນລຸຕາມແຜນການ.

ໃນວາລະກອງປະຊຸມຍັງໄດ້ດຳເນີນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ແລະ ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ, ຮັບຟັງການປະກອບຄຳເຫັນໃນບາງຂົງເຂດວຽກງານທີ່ສຳຄັນຂອງແຂວງ ເປັນຕົ້ນ: ການຕີລາຄາວຽກງານການເມືອງ-ແນວຄິດຂອງແຂວງ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ນແຂງ ໜັກແໜ້ນ, ການຈັດຕັ້ງປະຕິບັດວຽກງານຂົງເຂດ ປກຊ-ປກສ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ແລະ ການຈັດຕັ້ງປະຕິບັດວຽກງານປະຕູດຽວ, ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ຕິດພັນກັບການຫັນເປັນທັນສະໄໝ, ວຽກງານສາທາລະນະສຸກ, ມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການປ້ອງກັນພະຍາດຕາມລະດູການ, ການດຶງດູດການທ່ອງທ່ຽວພາຍໃນແຂວງ ແລະ ການສ້າງບ້ານສາມັກຄີປອງດອງ. ພ້ອມທັງດຳເນີນກອງປະຊຸມຄົບຄະນະ ກາງສະໄໝ ຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ເຊິ່ງຈະດໍາເນີນໄປຮອດວັນທີ 24 ມິຖຸນາ ຈຶ່ງຈະສໍາເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version