Home ຂ່າວຕ່າງປະເທດ ບັງກລາເທດ ຍື່ນໃບຄຳຮ້ອງເຂົ້າເປັນສະມາຊິກກຸ່ມປະເທດບຣິດ

ບັງກລາເທດ ຍື່ນໃບຄຳຮ້ອງເຂົ້າເປັນສະມາຊິກກຸ່ມປະເທດບຣິດ

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 20 ມິຖຸນາ ບັງກລາເທດຍື່ນໃບຄຳຮ້ອງເພື່ອເຂົ້າເປັນສະມາຊິກກຸ່ມປະເທດບຣິດ (BRICS) ຊຶ່ງເປັນຕົວຫຍໍ້ຊື່ປະເທດເສດຖະກິດເກີດໃໝ່ 5 ແຫ່ງ ປະກອບດ້ວຍ: ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້. ໃບຄຳຮ້ອງດັ່ງກ່າວໄດ້ຖືກສະເໜີຂຶ້ນ ຫລັງຈາກກອງປະຊຸມ ລະຫວ່າງ ທ່ານ ຊິດ ຮາສິນາ ນາຍົກລັດຖະມົນຕີ ບັງກລາເທດ ແລະ ທ່ານໄຊຣິລ ຣາມາ ໂຟຊາ ປະທານາທິບໍດີອາຟຣິກາໃຕ້ ໃນນະຄອນເຈນີວາ ປະເທດສະວິດ ເມື່ອບໍ່ດົນມານີ້. ໃນຂະນະທີ່ ການລາຍງານ ລະບຸວ່າ: ກອງປະຊຸມສຸດຍອດກຸ່ມປະເທດບຣິດ (BRICS Summit) ປະຈໍາປີ 2023 ຈະຈັດຂຶ້ນ ຢູ່ອາຟຣິກາໃຕ້ ໃນເດືອນສິງຫາ ແລະ ອາດຈະມີ ການປຶກສາຫາລື ກ່ຽວກັບ ການຮັບ ສະມາຊິກໃໝ່ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version