Home ບຸນປະເພນີ ແກ່ນທ້າວ ຈັດບຸນນະມັດສະການພຣະທາດທ້າວແກ່ນ-ນາງແພງສີ

ແກ່ນທ້າວ ຈັດບຸນນະມັດສະການພຣະທາດທ້າວແກ່ນ-ນາງແພງສີ

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດບຸນນະມັດສະການ ພຣະທາດທ້າວແກ່ນ-ພຣະທາດນາງແພງສີ ປະເພນີບຸນເດືອນ 7 (ບຸນພຣະເຫວດ) ໃນລະຫວ່າງວັນທີ 2-3 ມິຖຸນາ 2023 ເຊິ່ງກົງກັບມື້ຂຶ້ນ 14-15 ຄໍ່າເດືອນ 7 ພສ 2566 ເພື່ອສືບທອດປະເພນີ ທີ່ມີມາແຕ່ດົນນານ ໂດຍມີຫລາຍກິດຈະກໍາ ເປັນຕົ້ນ ຕະຫລາດນັດຊື້-ຂາຍສິນຄ້າ, ພິທີຕັກບາດຖວາຍສັງຄະທານແດ່ພຣະສົງສາມະເນນ, ການຄົບງັນຕາມປະເພນີ, ຂະບວນແຫ່ພຣະເຫວດເຂົ້າເມືອງ ແລະ ຟັງເທດພຣະເຫວດ ຕາມຮີດຄອງປະເພນີ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ເປັນເມືອງໜຶ່ງທີ່ມີປະຫວັດສາດຍາວນານ, ມີຮີດຄອງປະເພນີທີ່ມີຊື່ສຽງຄືປະເພນີບຸນ ເດືອນ 7 ຫລື ເອີ້ນວ່າ: ບຸນພຣະເຫວດ ເຊິ່ງມີການຟັງເທດສະໜາເລື່ອງພຣະເຫວດສັນດອນ ທີ່ມີຄວາມຍາວເຖິງ 13 ກັນ (13 ບັ້ນ) ບຸນພຣະເຫວດຈະຈັດຂຶ້ນໃນລະຫວ່າງເດືອນ 4 ລາວ ແຕ່ການຈັດບຸນພຣະເຫວດຢູ່ ເມືອງແກ່ນທ້າວ ໃນເດືອນ 7 ແມ່ນມີຄວາມເປັນມາຢ່າງຍາວນານ ເລີ່ມຈາກເມືອງເປັງຈານນະຄອນລັດ ໃນສະໄໝພະຍາທ້າວແກ່ນ ຜູ້ປົກຄອງເມືອງ ໄດ້ນໍາພາປະຊາຊົນປຸກຫໍຍໍໂຮງ ສ້າງບ້ານແປງເມືອງຂຶ້ນຢ່າງກວ້າງຂວາງ. ພ້ອມກັນນັ້ນ, ຍັງໄດ້ອັນເຊີນເອົາພຣະພຸດທະຮູບ ພ້ອມທັງນິມົນອົງພຣະສົງຜູ້ຊົງສິນ ຈາກເມືອງຊຽງດົງຊຽງທອງ (ຫລວງພະບາງ) ມານໍາພາສ້າງວັດແຫ່ງໜຶ່ງຂຶ້ນ ຄື: ວັດກາງ ຫລື ວັດສີພູມ ໃນປັດຈຸບັນ ເພື່ອເປັນບ່ອນສັກກາລະບູຊາ ແລະ ເປັນມິ່ງຂວັນຂອງບ້ານເມືອງ.

ພາຍຫລັງສ້າງວັດສໍາເລັດ ຈຶ່ງໄດ້ຈັດງານບຸນສົມໂພດ ແລະ ຄົບງັນຢ່າງຄຶກຄື້ນ ເປັນເວລາ 7 ມື້ 7 ຄືນ ຢູ່ໃນໄລຍະເດືອນເຈັດລາວອອກໃໝ່ພໍດີ ນັບແຕ່ນັ້ນມາ ຈຶ່ງໄດ້ກໍານົດເອົາ ມື້ຂຶ້ນ 13 ຄໍ່າ, 14 ຄໍ່າ ແລະ 15 ຄໍ່າ ເດືອນ 7 ລາວ ເປັນມື້ຈັດງານບຸນພຣະເຫວດ ຫລື ບຸນເດືອນ 7 ມາຈົນເຖິງປັດຈຸບັນນີ້.

ຂ່າວ: ຖວທ ເມືອງແກ່ນທ້າວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version