Home ຂ່າວພາຍໃນ ນາຍົກລັດຖະມົນຕີ ພົບປະໂອ້ລົມການນໍາຫລັກແຫລ່ງ ແຂວງເຊກອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມການນໍາຫລັກແຫລ່ງ ແຂວງເຊກອງ

0

ວັນທີ 2 ມິຖຸນາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນໍາຫລັກແຫລ່ງແຂວງເຊກອງ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ.

ທ່ານ ເຫລັກໄຫລ ສີວິໄລ ໄດ້ລາຍງານໂດຍຫຍໍ້ການນໍາພາ-ຊີ້ນໍາພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີ 2023 ຄາດຄະເນລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ​ 4% ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 19 ລ້ານກວ່າກີບ ຫລື ເທົ່າກັບ 1.140 ໂດລາສະຫະລັດຕໍ່ຄົນຕໍ່ປີ (ອັດຕາແລກປ່ຽນປັດຈຸບັນ)​, ການເກັບລາຍຮັບທຽບໃສ່ແຜນປະຕິບັດໄດ້ 36%, ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ບັນດາສິນຄ້ານໍາເຂົ້າ-ສິນຄ້າສົ່ງອອກຕ່າງປະເທດ ແລະ ການລົງທຶນຂອງບັນດາບໍລິສັດພາຍໃນແຂວງ. ພ້ອມທັງ, ລາຍງານທິດທາງແຜນການສູ້ຊົນ ແລະ ວຽກງານຈຸດສຸມພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນທ້າຍປີ, ແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ໃຫ້ໄດ້ 234 ຕື້ກວ່າກີບ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນໍາຂອງແຂວງ ໂດຍໄດ້ຍົກໃຫ້ເຫັນສະພາບພາກພື້ນ, ສາກົນ ແລະ ສະພາບການວິກິດທາງດ້ານເສດຖະກິດ-ການເງິນ, ບັນຫາການດຳເນີນ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ພ້ອມນີ້, ໄດ້ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນຂອງລັດຖະບານ ທີ່ໄດ້ຮັບການແກ້ໄຂໄລຍະຜ່ານມາ ແລະ ສະພາບການອື່ນໆ ເປັນຕົ້ນ ເງິນເຟີ້, ນໍ້ໍ້າມັນແພງ, ຄ່າຄ່ອງຊີບສູງ, ບັນຫາການໃຊ້ສື່ສັງຄົມອອນລາຍປິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີຕໍ່ການນໍາພາ-ຊີ້ນໍາຂອງພັກ-ລັດເຮົາ ແລະ ອື່ນໆ ໃຫ້ພວກເຮົາຕ້ອງມີສະຕິສູງ, ພ້ອມກັນເອົາໃຈໃສ່ສູ້ຊົນແກ້ໄຂ ແລະ ອັດຊ່ອງທາງຮົ່ວໄຫລໃຫ້ດີທີ່ສຸດ. ອັນສໍາຄັນ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາຂອງແຂວງເຊກອງ ສືບຕໍ່ຜັນຂະຫຍາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງ ຄົມ ຕາມທິດສ້າງບາດກ້າວບຸກທະລຸຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກ, ຍາດແຍ່ງການຊ່ວຍເຫລືອ, ດຶງດູດການລົງທຶນເພື່ອມາພັດທະນາແຂວງເຊກອງ, ເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານການເງິນ, ຫັນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ, ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການສ້າງບ້ານກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດໃຫ້ຫລຸດນ້ອຍຖອຍລົງ, ຮັກສາມູນເຊື້ອອັນດີງາມ, ມູນເຊື້ອດຸໝັ່ນອາດຫານ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອສ້າງເງື່ອນໄຂເອື້ອອໍານວຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງເຊກອງ ໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version