Home ຂ່າວກິລາ ເຊບີຢາ ຍິງຈຸດໂທດດັບຝັນ ໂຣມາ 4-1 ຄວ້າແຊ໋ມເຕະບານ ຢູໂຣປາລີກ ສະໄໝທີ 7

ເຊບີຢາ ຍິງຈຸດໂທດດັບຝັນ ໂຣມາ 4-1 ຄວ້າແຊ໋ມເຕະບານ ຢູໂຣປາລີກ ສະໄໝທີ 7

0

ການແຂ່ງຂັນເຕະບານ ຢູຟາ ຢູໂຣປາລີກ ລະດູການ 2022-2023 ຮອບຊີງຊະນະເລີດ ໄດ້ມີຂຶ້ນເມື່ອວັນທີ 31 ພຶດສະພາ 2023 ທີ່ສະໜາມ ປຸດກັດ ອາຣີນາ ນະຄອນຫຼວງບູດາເປດ ປະເທດຮຸງກາຣີ ເປັນການພົບກັນລະຫວ່າງ ສະໂມສອນ ເຊບີຢາ ຈາກແອັດສະປາຍ ທັງເປັນແຊ໋ມລາຍການນີ້ 6 ສະໄໝ ແລະ ສະໂມສອນ ໂຣມາ ທີມດັງຈາກອີຕາລີ ຊຶ່ງຜົນງານ 4 ນັດຜ່ານມາ ເຊບີຢາ ຊະນະ 2 ສະເໝີ 1 ແລະ ໂຣມາ ຊະນະ 1.

ໃນເຄິ່ງເວລາທຳອິດ ນາທີ 35 ໂຣມາ ໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກໂອກາດທີ່ບໍ່ຄ່ອຍມີຂອງທັງສອງຝ່າຍກໍມີປະຕູເກີດຂຶ້ນຈົນໄດ້ ໄບຣອັນ ຄຣິດຕານເຕ ຕັດບານໄດ້ຈາກການສະໜາມແລ້ວເປັນ ຈານລູກາ ມານຊິນີ ສົ່ງບານມາໃຫ້ ເປົາໂລ ດີມາລາ ລາກບານເຂົ້າໄປໃນເຂດໂທດເບື້ອງຊ້າຍກ່ອນຍິງບານຜ່ານຕົວ ຢາດຊີນ ບູນູ ຜູ້ຮັກສາປະຕູທີ່ພະຍາຍາມອອກມາສະກັດບານແຕ່ບໍ່ຖືກ ເຮັດໃຫ້ບານເຂົ້າປະຕູໄປ ແລະ ກໍເປັນປະຕູດຽວທີ່ເກີດຂຶ້ນໃນເຄິ່ງເວລາທຳອິດ.

ກັບມາເຂົ້າສູ່ເກມໃນເຄິ່ງເວລາທີສອງ ນາທີ 55 ເຊບີຢາ ມາໄດ້ປະຕູຕີສະເໝີເປັນ 1-1 ຈາກການສ້າງເກມບຸກເບື້ອງຂວາ ເມຊຸດ ນາບາດ ເປີດບານເຂົ້າມາທີ່ໜ້າປະຕູ ຈານລູກາ ມານຊິນີ ທີ່ເຖິງບານກ່ອນພະຍາຍາມສະກັດແຕ່ຖືກບານບໍ່ດີກາຍເປັນເຮັດເຂົ້າປະຕູຕົວເອງ. ສ່ວນເວລາທີ່ເຫຼືອບໍ່ມີປະຕູເພີ່ມ ເຮັດໃຫ້ຈົບເກມການແຂ່ງຂັນ ເຊບີຢາ ສະເໝີ ໂຣມາ 1-1 ຕ້ອງໄປແຂ່ງຂັນໃນໄລຍະຕໍ່ເວລາພິເສດອີກ 30 ນາທີ ກໍຍັງເຮັດຫຍັງກັນບໍ່ໄດ້ ຈຶ່ງຕ້ອງໄປດວນຈຸດໂທດຕັດສິນ ປະກົດວ່າ ເຊບີຢາ ຍິງຈຸດໂທດໄດ້ດີກວ່າເອົາຊະນະໄປໄດ້ 4-1 ຄວ້າແຊ໋ມສະໄໝທີ 7 ໄປຄອງຢ່າງຍິ່ງໃຫຍ່ ຕໍ່ຈາກປີ 2006, 2007, 2014, 2015, 2016 ແລະ 2020.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version