Home ຂ່າວກິລາ “ອັນຄາຣາດ” ຊະນະ “ທາໂຣະ” 3-1 ເຊັດ ຜ່ານເຂົ້າຮອບ 3 ເທັນນິດ ເຟຣນ ໂອເພັນ 2023

“ອັນຄາຣາດ” ຊະນະ “ທາໂຣະ” 3-1 ເຊັດ ຜ່ານເຂົ້າຮອບ 3 ເທັນນິດ ເຟຣນ ໂອເພັນ 2023

0

ການແຂ່ງຂັນເທັນນິດແກຣນສະແລມທີ 2 ຂອງປີ ລາຍການ ເຟຣນ ໂອເພັນ 2023 ຊີງເງິນລາງວັນລວມ 49.600.000 ເອີໂຣ ທີ່ໂຣລັອງ ກາຣອດ ນະຄອນຫຼວງປາຣີດ ປະເທດຝຣັ່ງ ເມື່ອວັນທີ 31 ພຶດສະພາ 2023 ເປັນການແຂ່ງຂັນໃນຮອບສອງ ປະເພດຊາຍດ່ຽວ ຄາລອດ ອັນຄາຣາດ ມືອັນດັບ 1 ຂອງໂລກຈາກແອັດສະປາຍ ພົບກັບ ທາໂຣະ ດານຽວ ມືອັນດັບ 112 ຂອງໂລກຈາກຍີ່ປຸ່ນ.

ເກມການແຂ່ງຂັນເປັນທາງດ້ານ ອັງຄາຣາດ ທີ່ຍັງຫຼິ້ນໄດ້ດີກວ່າ ອາໄສຈັງຫວະຕີທ້າຍຄອດຢ່າງໜັກໜ່ວງ ແລະ ຕີວິນເນີໄປ 47 ຄັ້ງ ຕີເອົາຊະນະໄປໄດ້ 3-1 ເຊັດ 6-1, 3-6, 6-1 ແລະ 6-2 ຄະແນນ ເຮັດໃຫ້ ຄາລອດ ອັນຄາຣາດ ຜ່ານເຂົ້າຮອບສາມ ໄປພົບກັບ ເດນິດ ຊາໂປວາລອບ ມືວາງອັນດັບ 10 ຂອງລາຍການຈາກການາດາ ທີ່ເອົາຊະນະ ມັດຕິໂອ ອານັດດີ ມືອັນດັບ 106 ຂອງໂລກ ຈາກອີຕາລີ ມາໄດ້ 3-1 ເຊັດ 6-2, 3-6, 6-3 ແລະ 6-3 ຄະແນນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version