Home ຂ່າວຕ່າງປະເທດ ຝຣັ່ງ ຈັດກອງປະຊຸມກ່ຽວກັບທະເລຈີນໃຕ້

ຝຣັ່ງ ຈັດກອງປະຊຸມກ່ຽວກັບທະເລຈີນໃຕ້

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ກອງປະຊຸມ ກ່ຽວກັບທະເລຈີນ​ໃຕ້ ໄດ້ແບ່ງເປັນ 4 ວາລະປຶກສາຫາລືພາຍ​ໃຕ້​ ບັນດາຫົວຂໍ້: ມະຫາສະມຸດ ອິນເດຍ-ປາຊີຟິກ ພາຍໃຕ້ ແສງສະຫວ່າງ ຂອງສົນທິ ສັນຍາ ສປຊ ກ່ຽວກັບ ກົດໝາຍ ທະເລ (UNCLOS) ປີ 1982. ທະເລ-ຈຸດສຸມ ແມ່ນຄວາມໝັ້ນຄົງ; ການປ່ຽນແປງຂອງດິນຟ້າອາກາດ-ປັດໄຈວິກິດການໃໝ່ ຢູ່ພາກພື້ນ ມະຫາສະມຸດ ອິນເດຍ-ປາຊີຟິກ. ເວທີການເມືອງ ພາກ ພື້ນ ເປັນຫລາຍ ຮູບແບບ ແລະ ບົດບາດ ຂອງຝຣັ່ງ.ຈາກ​ນັ້ນ ທ່ານ ອາ​ເລັກ​ຊານ​ເດີ ​ເນຣັສ( Alexandre Negrus) ປະທານ ສະຖາບັນ EGA ​ເປີດ​ເຜີຍ​ວ່າ: ກອງ​ປະຊຸມ​ຄັ້ງນີ້ ​ແມ່ນເລີ່ມມາຈາກ ສະພາບການ ດ້ານພູມສາດ ການ ເມືອງ ຂອງພາກພື້ນ ແລະ ໂລກ ພວມມີ ການປ່ຽນແປງ ເລິກເຊິ່ງ, ໃນນັ້ນ ທະເລ ຈີນ​ໃຕ້ ແມ່ນພາກພື້ນ ຍາມໃດກໍ່ ຊ້ອນແຝງ ຄວາມສ່ຽງ ແລະ ອາດ ກາຍເປັນຈຸດ “ຮ້ອນເຮ່ັ່ງ”ໃໝ່ ຂອງໂລກ. ບັນດາປະເທດ ຕາເວັນຕົກ, ໃນ ນັ້ນ ຝຣັ່ງ ຄວນມີການຮັບຮູ້ ຢ່າງຄົບຖ້ວນ ກ່ຽວກັບ ບົດບາດ, ຄວາມ ສຳຄັນ ຂອງບັນຫາ ທະເລ ຈີນ​ໃຕ້ ຕໍ່ໜ້າ ຄວາມ ສ່ຽງ ແລະ ສິ່ງທ້າທາຍນີ້. ບັນດາ ບົດປະກອບ ຄຳເຫັນ ຢູ່ກອງປະຊຸມ ໄດ້ ເນັ້ນຫນັກເຖິງ ຄວາມສຳ ຄັນ ໃນການຮັບປະກັນ ສັນຕິພາບ, ສະຖຽນ ລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີ ຢູ່ທະເລ ຈີນ​ໃຕ້ ຄວາມຈຳເປັນ ຕ້ອງ ເຄົາລົບ ແລະ ປະຕິບັດ ກົດໝາຍ ທະເລປີ 1982 ແລະ ບັນດາ ຄຳ ໝັ້ນ ສັນຍາ ຂອງບັນດາ ປະເທດ ໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version