Home ຂ່າວການເມືອງ ທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຊອກຊີ

ທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຊອກຊີ

0

ຫວ່າງບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງຕີບິລິຊີ ປະເທດຊອກຊີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນາງ ຊາລົມເມ ຊູຣາບິສວິລີ (H.E.Salome Zourabichvili) ປະທານາທິບໍດີ ແຫ່ງ ຊອກຊີ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຊອກຊີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ.

ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ໄດ້ພົບປະໂອ້ລົມ ກັບພະນະ ທ່ານປະທານາທິບໍດີ ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຊອກຊີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 6 ພະຈິກ 1998 ເປັນຕົ້ນມາ, ໂດຍຜ່ານມາ ແລະ ປັດຈຸບັນສອງປະເທດ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການ ພົວພັນສອງຝ່າຍ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸ ລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນາງ ຊາລົມເມ ຊູຣາບິສວິລີ ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ຊອກຊີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຊອກຊີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.

ໃນໂອກາດດັ່ງກ່າວ, ພະນະທ່ານ ນາງ ຊາລົມເມ ຊູຣາບິສວິລີ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ຊອກຊີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການ ເຊື້ອເຊີນຈາກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

(ຂ່າວ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version