Home ຂ່າວກິລາ ຈີນ ຊະນະ ສ.ເກົາຫຼີ 3-0 ຄູ່ ຄວ້າແຊ໋ມດອກປີກໄກ່ ຊີງແຊ໋ມໂລກ ສະໄໝທີ 13

ຈີນ ຊະນະ ສ.ເກົາຫຼີ 3-0 ຄູ່ ຄວ້າແຊ໋ມດອກປີກໄກ່ ຊີງແຊ໋ມໂລກ ສະໄໝທີ 13

0

ການແຂ່ງຂັນດອກປີກໄກ່ ຊີງແຊ໋ມໂລກ ລາຍການ ໂທທານເອນເນີຈີ ບີດັບເບິນຢູເອັບ ສຸທີມານ ຄັບ 2023 ທີ່ຊູໂຈ ໂອແລມປິກ ສະປອດ ເຊັນເຕີ ເມືອງຊູໂຈ ປະເທດຈີນ ເມື່ອວັນທີ 21 ພຶດສະພາ 2023 ເປັນການແຂ່ງຂັນໃນນັດຊີງຊະນະເລີດ ທີມຊາດ ສປ ຈີນ ອະດີດແຊ໋ມ 12 ສະໄໝ ລົງສະໜາມ ພົບກັບ ທີມຊາດ ສ.ເກົາຫຼີ ອະດີດແຊ໋ມ 4 ສະໄໝ.

ຄູ່ທຳອິດປະເພດຄູ່ປະສົມ ເຈິງ ຊີເຫວີຍ ກັບ ຫວງ ຫຍາຊຽງ ຄູ່ມືອັນດັບ 1 ຂອງໂລກ ຈາກ ຈີນ ເອົາຊະນະ ໂຊ ຊອງແຈ ກັບ ແຊ ຍູຈຸງ ຄູ່ມືອັນດັບ 5 ຂອງໂລກ ຈາກ ສ.ເກົາຫຼີ ໄປແບບຫວຸດຫວິດ 2-1 ເກມ 18-21, 22-20 ແລະ 21-8 ຄະແນນ ໃຊ້ເວລາແຂ່ງຂັນ 62 ນາທີ ທີມ ຈີນ ຂຶ້ນນຳ 1-0 ຄູ່.

ປະເພດຊາຍດ່ຽວ ສີ ຢູສີ ມືອັນດັບ 10 ຂອງໂລກ ຈາກຈີນ ເອົາຊະນະ ລີ ຢຸນກິນ ມືອັນດັບ 213 ຂອງໂລກ ຈາກ ສ.ເກົາຫຼີ ໄປໄດ້ 2-0 ເກມ 21-13 ແລະ 21-17 ຄະແນນ ໃຊ້ເວລາແຂ່ງຂັນ 55 ນາທີ ທີມ ຈີນ ເກັບຄະແນນນຳຫ່າງ 2-0 ຄູ່.

ປະເພດຍິງດ່ຽວ ເສິນ ຢູເຟຍ ມືອັນດັບ 4 ຂອງໂລກ ຈາກ ຈີນ ຊະນະ ອັນ ເຊຢອງ ມືອັນດັບ 2 ຂອງໂລກ ຈາກ ສ.ເກົາຫຼີ 2-0 ເກມ 21-16 ແລະ 22-20 ຄະແນນ ໃຊ້ເວລາແຂ່ງຂັນ 57 ນາທີ ເກັບຄະແນນສຳຄັນໃຫ້ທີມຈີນ ເອົາຊະນະທີມ ສ.ເກົາຫຼີ ໄປໄດ້ 3-0 ຄູ່ ຄອງແຊ໋ມລາຍການດັ່ງກ່າວ ໄປຄອງເປັນສະໄໝທີ 13 ໄດ້ສຳເລັດ ນອກຈາກນີ້ເປັນການຄວ້າແຊ໋ມໃນບ້ານຕົວເອງທຸກຄັ້ງທີ່ໄດ້ເປັນເຈົ້າພາບອີກດ້ວຍໃນປີ 2005, 2009, 2011, 2015, 2019 ແລະ 2023.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version