Home ຂ່າວກິລາ ຫາລືບັນດາໜ້າວຽກ ກຽມຄວາມພ້ອມເປັນເຈົ້າພາບ ຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ Vll ທີ່ແຂວງສາລະວັນ ປີ 2024

ຫາລືບັນດາໜ້າວຽກ ກຽມຄວາມພ້ອມເປັນເຈົ້າພາບ ຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ Vll ທີ່ແຂວງສາລະວັນ ປີ 2024

0

ປຶກສາຫາລືບັນດາໜ້າວຽກຕ່າງໆ ເພື່ອກະກຽມຄວາມພ້ອມໃນການສະເໜີຂໍອະນຸມັດ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນປີ 2024 ໂດຍສະເພາະການຢັ້ງຢືນການເປັນເຈົ້າພາບຈັດງານດັ່ງກ່າວ, ການກຳນົດວັນ, ເດືອນ, ປີ ຈັດການແຂ່ງຂັນຢ່າງເປັນທາງການ; ກຳນົດໂຄງຮ່າງການຈັດຕັ້ງຂອງກຳມະການຝ່າຍຕ່າງໆ; ຄົ້ນຄວ້າທາງດ້ານງົບປະມານຮັບໃຊ້ໃນການຈັດການແຂ່ງຂັນ; ການກຳນົດປະເພດກິລາທີ່ບັນຈຸເຂົ້າໃນການຈັດການແຂ່ງຂັນ; ການລົງກວດກາຄວາມພ້ອມຂອງສະໜາມພິທີເປີດ-ປິດ ແລະ ສະໜາມຮັບໃຊ້ຈັດການແຂ່ງຂັນກິລາແຕ່ລະປະເພດ ພ້ອມທັງການກໍານົດສະຖານທີ່ພັກເຊົາຂອງຄະນະນຳ, ຄູຝຶກ ແລະ ຄະນະນັກກິລາ ແລະ ວຽກອື່ນໆ ທີ່ຕິດພັນກັບການກະກຽມຈັດການແຂ່ງຂັນ.

ກອງປະຊຸມປຶກສາຫາລືດັ່ງກ່າວ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ປະທານສະມາຄົມກິລາ-ກາຍະກໍາແຂວງ, ມີທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສາລະວັນ, ຮອງປະທານສະມາຄົມກິລາ-ກາຍະກໍາແຂວງ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ໄດ້ມີການປຶກສາຫາລືກ່ຽວກັບການຢັ້ງຢືນການເປັນເຈົ້າພາບຈັດງານດັ່ງກ່າວ, ການກຳນົດ ວັນ, ເດືອນ, ປີ ຈັດການແຂ່ງຂັນຢ່າງເປັນທາງການ; ກຳນົດໂຄງຮ່າງການຈັດຕັ້ງຂອງກຳມະການຝ່າຍຕ່າງໆ; ຄົ້ນຄວ້າທາງດ້ານງົບປະມານຮັບໃຊ້ໃນການຈັດການແຂ່ງຂັນ; ການກຳນົດປະເພດກິລາທີ່ບັນຈຸເຂົ້າໃນການຈັດການແຂ່ງຂັນ; ການລົງກວດກາຄວາມພ້ອມຂອງສະໜາມພິທີເປີດ-ປິດ ແລະ ສະໜາມຮັບໃຊ້ຈັດການແຂ່ງຂັນກິລາແຕ່ລະປະເພດ; ການກໍານົດສະຖານທີ່ພັກເຊົາ ຂອງຄະນະນຳ, ຄູຝຶກ ແລະ ຄະນະນັກກິລາ ແລະ ວຽກອື່ນໆ ທີ່ຕິດພັນກັບການກະກຽມຈັດການແຂ່ງຂັນ. ໃນກອງປະຊຸມໄດ້ຮັບຟັງການປະກອບຄວາມຄິດເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ແລະ ມີຄວາມເປັນເອກະພາບຕົກລົງຮັບຮອງເອົາບັນດາໜ້າວຽກທີ່ສຳຄັນ ໂດຍພື້ນຖານ ເພື່ອສະເໜີຕໍ່ຄະນະນຳຂອງແຂວງສາລະວັນ ແລະ ຄະນະນຳກະຊວງສຶກສາທິການ ແລະ ກິລາ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໂດຍແຂວງສາລະວັນ ໄດ້ຢືນຢັນການເປັນເຈົ້າພາບຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຕາມໜັງສືສະເໜີຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 88/ຈຂ.ສວ, ລົງວັນທີ7 ພະຈິກ 2013 ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການເປັນເຈົ້າພາບຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ສະບັບເລກທີ 0086/ສສກ.ພປ, ລົງວັນທີ 15 ມັງກອນ 2014; ເຫັນດີເປັນເອກະພາບ ກຳນົດເອົາວັນທີ 13 ທັນວາ 2024 ເປັນມື້ເປີດງານ ແລະ ວັນທີ 22 ທັນວາ 2024 ເປັນມື້ປິດງານ ລວມໄລຍະວັນເວລາແຂ່ງຂັນທັງໝົດ 10 ວັນ; ເຫັນດີເປັນເອກະພາບຮັບຮອງ ການກຳນົດເອົາ 11 ກຳມະການ ຕາມທີ່ເຄີຍຈັດຕັ້ງປະຕິບັດໃນຄັ້ງທີ່ຜ່ານມາ ປະກອບມີ: ກຳມະການກອງເລຂາ; ກຳມະການເຕັກນິກ-ຈັດການແຂ່ງຂັນ; ກຳມະການພິທີເປີດ-ປິດ; ກຳມະການພິທີການ-ຍ້ອງຍໍ; ກຳມະການ ງົບປະມານ-ການເງິນ ແລະ ລະດົມທຶນ; ກຳມະການໂຄສະນາປະຊາສຳພັນ; ກຳມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງ; ກຳມະການທີ່ພັກ-ອາຫານ, ຂົນສົ່ງ ແລະ ປະດັບປະດາ; ກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ກຳມະການບໍລິການ-ຕ້ອນຮັບ; ກຳມະການແພດ ແລະ ປະຖົມພະຍາບານ.

ນອກຈາກນັ້ນ, ກໍຍັງເຫັນດີເປັນເອກະພາບໂດຍພື້ນຖານ ກ່ຽວກັບການສະເໜີແຜນຄາດຄະເນງົບປະມານຮັບໃຊ້ 11 ກຳມະການຈັດງານແຂ່ງຂັນ ຄັ້ງນີ້ ເພື່ອນຳສະເໜີລັດຖະບານ ເປັນຈຳນວນເງິນທັງໝົດ 30.000.000.000 ກີບ ແລະ ກໍຍັງເຫັນດີເປັນເອກະພາບກຳນົດເອົາ 12 ປະເພດ ກິລາບັນຈຸເຂົ້າໃນການແຂ່ງຂັນ ປະກອບມີ: ກິລາ ແລ່ນ-ລານ, ກິລາບານເຕະ, ກິລາບານສົ່ງ ໃນຮົ່ມ-ຫາດຊາຍ, ກິລາບານບ້ວງ, ກິລາກະຕໍ້, ກິລາປິ່ງປ່ອງ, ກິລາດອກປີກໄກ່, ກິລາເປຕັງ, ກິລາໝາກແລ້, ກິລາໜ້າເກັກ, ກິລາໝາກເສິກ ແລະ ກິລາ ເທຄວັນໂດ.

ໃນກອງປະຊຸມ ກໍຍັງເຫັນດີຕົກລົງຮັບຮອງເອົາ ຫໍໄຕ ເປັນໂລໂກ ແລະ ໂຕຊ້າງ ເປັນສັດນຳໂຊກ ຂອງງານກິລານັກຮຽນ ທົ່ວປະເທດ ຄັ້ງທີ VII; ເຫັນດີເປັນເອກະພາບມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສືບຕໍ່ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ໃນການຊຸກຍູ້, ຕິດຕາມການກໍ່ສ້າງສະໜາມຮັບໃຊ້ພິທີ ເປີດ-ປິດ ໃຫ້ສຳເລັດກ່ອນ 6 ເດືອນທີ່ຈະເປີດການແຂ່ງຂັນ ເພື່ອໃຫ້ທັນກັບໄລຍະເວລາການຈັດການແຂ່ງຂັນໃນປີ 2024 ແລະ ກໍານົດເອົາສະຖານທີ່, ເດີ່ນກິລາຂອງພະແນກການ, ສະຖານການສຶກສາແຫ່ງຕ່າງໆ ພາຍໃນເທດສະບານແຂວງ ເພື່ອເປັນສະຖານທີ່ຝຶກຊ້ອມ, ແຂ່ງຂັນ 10 ຈຸດ, ສ້າງໃໝ່ 4 ຈຸດ, ບູລະນະສ້ອມແປງ 6 ຈຸດ ແລະ ທີ່ພັກ ຂອງຄະນະນໍາ, ຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນ ໄດ້ກຳນົດເອົາໂຮງຮຽນທັງໝົດ ຈຳນວນ 12 ແຫ່ງ; ມອບໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ສືບຕໍ່ພົວພັນປະສານງານ ກັບພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ຢ່າງໃກ້ສິດ ແລະ ລາຍງານ ການນຳຂອງແຂວງ, ກະຊວງເປັນແຕ່ລະໄລຍະ ແລະ ຕົກລົງເຫັນດີເປັນເອກະພາບຮັບຮອງເອົາແຜນການກະກຽມຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ໃນຕໍ່ໜ້າ.

ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ລາຍງານ ແລະ ຂໍທິດຊີ້ນຳ ຈາກທ່ານເຈົ້າແຂວງ ສາລະວັນ; ມອບໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ລາຍງານ ແລະ ຂໍທິດຊີ້ນຳຈາກທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ມອບໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ຮ່າງໜັງສືຂໍອະນຸມັດຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ປີ 2024 ເພື່ອສະເໜີຂໍອະນຸມັດຈາກລັດຖະບານ; ມອບໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ສ້າງແຜນງົບປະມານຮັບໃຊ້ລະອຽດ ສະເໜີຕໍ່ລັດຖະບານ ແລະ ຄົ້ນຄວ້າການປະກອບບຸກຄະລາກອນເຂົ້າໃນຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ແລະ ຂໍ້ຕົກລົງຂອງປະທານຈັດງານ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version