Home ຂ່າວພາຍໃນ ທາບທາມຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ

ທາບທາມຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ

0

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມຄໍາຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຂຶ້ນໃນວັນທີ 22 ພຶດສະພາ ນີ້ ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າພະແນກການ ບັນດາແຂວງພາກເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິສຸກ ພູນສະຫວັດ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການທາບທາມ ແລະ ຍົກສູງບົດບາດຄວາມໝາຍຄວາມສໍາຄັນ ຂອງສິດທິໃນຊັບສິນທາງປັນຍາ ຊຶ່ງແມ່ນຜົນງານອັນເກີດມາຈາກ “ຄວາມຄິດສ້າງສັນຂອງມະນຸດ” ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງນະວັດຕະກໍາຫົວຄິດປະດິດສ້າງ ແລະ ທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງຂອງປັນຍາຊົນ ແລະ ໄວໜຸ່ມ ໃນການຄົ້ນຄວ້າ-ຫາວິທີການແກ້ໄຂບັນຫາແບບໃໝ່ທີ່ດີກວ່າ ແລະ ເພື່ອຊ່ວຍຍູ້ດັນໃຫ້ເກີດມີການປ່ຽນແປງໄປສູ່ອະນາຄົດທີ່ຍືນຍົງ ໂດຍສອດຄ່ອງກັບຍຸກໃໝ່ ບົນພື້ນຖານການຄຸ້ມຄອງຈາກພາກລັດ ເພື່ອຈັດຕັ້ງປະຕິບັດ ນະໂຍບາຍທີ່ສອດຄ່ອງກັບກົດໝາຍສະບັບນີ້ ໃຫ້ເຂັ້ມງວດ ແລະ ຮັດກຸມຍິ່ງໆ ຂຶ້ນ ພ້ອມດຽວກັນນີ້ກໍສ້າງຄວາມສະດວກໃນການຄຸ້ມຄອງລະຫວ່າງພາກລັດ ແລະ ເອກະຊົນ.

ກອງປະຊຸມດັ່ງກ່ວນີ້ ໄດ້ຮັບຟັງການເຜີຍແຜ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມຍັງສຸມໃສ່ ປະກອບຄວາມຄິດເຫັນ ຕໍ່ຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນ ຂອງກົດໝາຍ ມີຄວາມຮັດກຸມຂຶ້ນ ສໍາລັບຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ແມ່ນໄດ້ປັບປຸງ ພາກພັນພືດ, ລິຂະສິດ, ແບບອຸດສາຫະກຳ ແລະ ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ, ການແບ່ງຂັ້ນຄຸ້ມຄອງຈາກສູນກາງລົງສູ່ທ້ອງຖິ່ນ, ປັບປຸງບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃໝ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມຂອງກົດໝາຍ, ປັບປຸງຊື່ກະຊວງ ຈາກກະຊວງວິທະຍາສາດ ແລະເຕັກໂນໂລຊີ ມາເປັນ ກະຊວງອຸດສາະກຳ ແລະ ການຄ້າ; ປັບປຸງບາງຈຸດເພື່ອເຮັດໃຫ້ການຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສອດຄ່ອງກັບລະບົບການຈົດທະບຽນສາກົນ, ການແກ້ໄຂທາງດ້ານບໍລິຫານກ່ຽວກັບການລະເມີດຊັບສິນທາງປັນຍາ ໃຫ້ເປັນຮູບປະທໍາ ແລະ ຊັດເຈນຂຶ້ນ.

ຂ່າວ-ພາບ: ເພັດສາຄອນ ສິມມະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version