Home ຂ່າວຕ່າງປະເທດ ນັກທ່ອງທ່ຽວຕ່າງປະເທດ ຢ້ຽມຢາມຍີ່ປຸ່ນ ກວມເອົາ 66%

ນັກທ່ອງທ່ຽວຕ່າງປະເທດ ຢ້ຽມຢາມຍີ່ປຸ່ນ ກວມເອົາ 66%

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 18 ເດືອນພືດສະພາ, ອ້າງຕາມຂໍ້ມູນຈາກລັດຖະບານຍີ່ປຸ່ນ ລະບຸວ່າ: ເດືອນເມສາຜ່ານມາ, ຍອດຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າຢ້ຽມຢາມຍີ່ປຸ່ນກວມເອົາ 66,6% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2019 ຊຶ່ງເປັນໄລຍະ ກ່ອນການລະບາດ ຂອງ ພະຍາດ ໂຄວິດ-19 . ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນ (JNTO) ເປີດເຜີຍວ່າ: ຍີ່ປຸ່ນ ຮອງຮັບນັກທ່ອງທ່ຽວຕ່າງປະເທດ ປະມານ 1.949.100 ເທື່ອຄົນ ໃນເດືອນກ່ອນທ່າມກາງ ຄວາມຕ້ອງການທ່ອງທ່ຽວທີ່ເພີ່ມສູງຂຶ້ນໃນລະດູສະກຸລະບານໃໝ່, ເພີ່ມຂຶ້ນເກືອບ 14 ເທົ່າ ຈາກປີຜ່ານມາ ຊື່ງເປັນຕົວເລກ ເພີ່ມຂຶ້ນສູງທີ່ສຸດຕັ້ງແຕ່ເດືອນ ກຸມພາ ປີ 2020. ຂະນະດຽວກັນຊາວຍີ່ປຸ່ນ ທີ່ເດີນທາງໄປຕ່າງປະເທດ ລວມມີ 560.200 ເທື່ອຄົນເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ ໃນປີກາຍນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version