Home ຂ່າວການເມືອງ ຄຸນຄ່າຂອງແນວຄິດ ໂຮ່ຈິມິນ ໃນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ຫວຽດນາມ (ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ໂຮ່ຈິມິນ 19 ພຶດສະພາ 1890 – 19...

ຄຸນຄ່າຂອງແນວຄິດ ໂຮ່ຈິມິນ ໃນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ຫວຽດນາມ (ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ໂຮ່ຈິມິນ 19 ພຶດສະພາ 1890 – 19 ພຶດສະພາ 2023)

0

ສັງຄົມນິຍົມແມ່ນເປົ້າໝາຍ, ແມ່ນເສັ້ນທາງຊຶ່ງ ປະທານ ໂຮ່ຈິມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ພວມຢຶດໝັ້ນເດີນຕາມ, ນີ້ແມ່ນຈຸດຫຼັກແຫຼ່ງແກ່ນສານໃນມໍລະດົກແນວຄິດຂອງ ປະທານ ໂຮ່ຈິມິນ. ຫວນຄືນມໍລະດົກແນວຄິດຂອງ ປະທານ ໂຮ່ຈິມິນ ໃນໂອກາດສະເຫຼີມສະຫຼອງຄົບຮອບ 133 ປີ ວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2023), ຍິ່ງເຫັນໄດ້ບັນດາຄຸນຄ່າຂອງມໍລະດົກແນວຄິດດັ່ງກ່າວໃນຍຸກປັດຈຸບັນ.

ການພົວພັນລະຫວ່າງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ແມ່ນເສັ້ນໄໝແດງທະລຸລ່ວງໃນແນວຄິດໂຮ່ຈິມິນ ແລະ ການປະຕິວັດ ຫວຽດນາມ ນັບແຕ່ສ້າງຕັ້ງພັກກອມມູນິດ ຫວຽດນາມ. ຍ້ອນມີກຳລັງແຮງຂອງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ ໄດ້ຊ່ວຍໃຫ້ຫວຽດນາມຍາດໄດ້ໄຊຊະນະໃນການປະຕິວັດເດືອນສິງຫາ ປີ 1945, ໃນບັ້ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳປະເທດຊາດກ້າວຂຶ້ນສັງຄົມນິຍົມ.

ການແກ້ໄຂການພົວພັນລະຫວ່າງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ແມ່ນບາດກ້າວບຸກທະລຸດ້ານທິດສະດີໂດຍພື້ນຖານທີ່ສຸດ, ສະແດງໃຫ້ເຫັນຄຸນທາດ, ຫົວຄິດປະດິດສ້າງຂອງປະທານໂຮ່ຈິມິນ ແລະ ພັກກອມມູນິດ ຫວຽດນາມ. ສິ່ງທີ່ພົ້ນເດັ່ນຂອງປະທານໂຮ່ຈິມິນ ບໍ່ພຽງແຕ່ຢັ້ງຢືນລັກສະນະຕ້ອງເປັນໄປຂອງສັງຄົມນິຍົມ ໃນຖານະເປັນລັດທິແຫ່ງວັດທະນະທຳມະນຸດ ແລະ ວັດທະນະທຳ, ມີການພັດທະນາ ແລະ ກ້າວໜ້າ ທີ່ບໍ່ມີໃຜສາມາດສະກັດກັ້ນໄດ້ ຫາກຍັງສາມາດໃຫ້ຄຳຕອບທີ່ວ່າ “ສັງຄົມນິຍົມແມ່ນຫຍັງ”, ຕະຫຼອດຮອດການຢັ້ງຢືນຄວາມເປັນເອກະລັກທາງດ້ານທາດແທ້ສັງຄົມນິຍົມ ຢູ່ຫວຽດນາມ. ຕາມເພິ່ນແລ້ວ, ສັງຄົມນິຍົມແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ເຮັດໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ແມ່ນແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ເຮັດໃຫ້ທຸກຄົນມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ມີເສລີພາບ ຕິດພັນກັບການພັດທະນາວິທະຍາສາດ, ເຕັກນິກ ແລະ ວັດທະນະທຳ.

ສັງຄົມນິຍົມໃນແນວຄິດໂຮ່ຈິມິນ ແມ່ນສັງຄົມໂດຍປະຊາຊົນເປັນເຈົ້າ, ສິດອຳນາດຂຶ້ນກັບປະຊາຊົນ, ສັງຄົມເພື່ອມະນຸດ, ໂດຍມະນຸດ ມະນຸດທັງເປັນເປົ້າໝາຍ ທັງເປັນກຳລັງໜູນຂອງສັງຄົມນິຍົມ. ດ້ວຍວິໄສທັດລິເລີ່ມພາລະກິດຫຼຸດຜ່ອນຄວາມທຸກຍາກ, ລຶບລ້າງຄວາມອຶດຫີວ, ເພີ່ມທະວີຄວາມຮັ່ງມີ, ພັດທະນາເສດຖະກິດຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ຜູ້ໃດກໍໄດ້ກິນອີ່ມນຸ່ງອຸ່ນ, ຜູ້ໃດກໍໄດ້ຮຽນໜັງສື, ໄດ້ຮັບການປິ່ນປົວ, ປະທານໂຮ່ຈິມິນ ໄດ້ຕັ້ງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ, ເພິ່ນໄດ້ເອົາໃຈໃສ່ເປັນພິເສດ 3 ເສົາຫຼັກຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍບັນດາທັດສະນະກ່ຽວກັບການລຶບລ້າງຄວາມທຸກຍາກ, ເອົາໃຈໃສ່ເຖິງການສຶກສາຊັ້ນປະຖົມ, ປະຕິບັດຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງທີ່ຕັ້ງບົດບາດໃຫ້ແກ່ແມ່ຍິງ, ຫຼຸດຜ່ອນອັດຕາການຕາຍໃນໄວ ເດັກ, ປ້ອງກັນ, ຕ້ານພະຍາດ, ດູແລສຸຂະພາບໃຫ້ແກ່ປະຊາຊົນ, ຮ່ວມມືເສດຖະກິດສາກົນ, ສ້າງຕັ້ງການພົວພັນຄູ່ຮ່ວມມືທົ່ວໂລກເພື່ອການພັດທະນາ. ມໍລະດົກແນວຄິດໂຮ່ຈິມິນ ໄດ້ສ້າງພື້ນຖານ ແລະ ແມ່ນການຊີ້ນຳເພື່ອພັກກອມມູນິດຫວຽດນາມ ວາງໂຄງການດຳເນີນງານ, ທິດທາງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມດ້ວຍເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

ແນວຄິດໂຮ່ຈິມິນ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ ໄດ້ສ້າງຂຶ້ນ, ພັດທະນາແຕ່ທົດສະວັດທີ 20 ຂອງສະຕະວັດທີ 20 ແລະ ຮັກສາໄດ້ຄຸນຄ່າຢ່າງຄົບຖ້ວນ, ເປີດເສັ້ນທາງປ່ຽນແປງໃໝ່, ເຍືອງທາງໃຫ້ອະນາຄົດ, ຍືນຍົງຄົງຕົວກັບປະເທດຊາດ ແລະ ມວນມະນຸດ. ພາຍຫຼັງການປ່ຽນແປງໃໝ່ມາເປັນເວລາ 35 ປີ ບົນພື້ນຖານລັດທິມາກ – ເລນິນ, ແນວຄິດໂຮ່ຈິມິນ, ປະເທດຫວຽດນາມ ບັນລຸໄດ້ບັນດາບາດກ້າວທີ່ບໍ່ເຄີຍມີມາກ່ອນ, ບັນດາຜົນງານອັນຍິ່ງໃຫຍ່ ທີ່ມີຄວາມ ໝາຍດ້ານປະຫວັດສາດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ: “ປະເທດເຮົາບໍ່ມີຍາມໃດ ມີຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງບົນເວທີສາກົນຄືໃນປັດຈຸບັນ.”

ແນວຄິດໂຮ່ຈິມິນ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ ຈະຍືນຍົງຄົງຕົວກັບປະເທດຊາດ ແລະ ຍຸກສະໄໝ ຊຶ່ງໄດ້ພິສູດຜ່ານພຶດທິກຳປະຕິວັດຫວຽດນາມ ແລະ ນັບມື້ກະຈ່າງແຈ້ງ, ຝັງເລິກໃນຫົວໃຈຂອງຄົນຫວຽດນາມ ນັບລ້ານໆຄົນ. ແນດຄິດໂຮ່ຈິມິນ ນັບມື້ສ່ອງແສງສະຫວ່າງເຍືອງທາງປະຕິວັດຂອງຊາດຫວຽດນາມ, ເປັນຕົ້ນແມ່ນໃນສະພາບການຫວຽດນາມພວມພະຍາ ຍາມບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຄວາມໝາຍດ້ານປະຫວັດສາດ ແລະ ຄຸນຄ່າທິດສະດີ, ພຶດຕິກຳຂອງແນວຄິດໂຮ່ຈິມິນ ໄດ້ກາຍເປັນສ່ວນໜຶ່ງຂອງຄຸນຄ່າດ້ານວັດທະນະທຳຂອງມວນມະນຸດ.

ເມື່ອຫວນຄືນແນວຄິດໂຮ່ຈິມິນ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຂອງ ຫວຽດນາມ ຈະປັບປຸງຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງ ຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ປະຕິບັດຄວາມມຸ່ງມາດປາຖະໜາພັດທະນາປະເທດຫວຽດນາມ ໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ, ເຂັ້ມແຂງ, ຄຽງບ່າຄຽງໄຫຼ່່ກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບ, ປະຕິບັດສຳເລັດຄວາມມຸ່ງມາດປາຖະໜາຂອງ ປະທານໂຮ່ຈິມິນ ແລະ ຄວາມຫວັງຂອງທົ່ວປວງຊົນທັງຊາດ ຫວຽດນາມ.

ຮຽບຮຽງໂດຍ: ວິໄລສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version