Home ຂ່າວພາຍໃນ ຄະນະທູດເຢຍລະມັນ ລົງຢ້ຽມເຂດພື້ນທີ່ດິນບໍລິເວນນ້ຳຣາມຊາ ບຶງກຽດໂງ້ງ

ຄະນະທູດເຢຍລະມັນ ລົງຢ້ຽມເຂດພື້ນທີ່ດິນບໍລິເວນນ້ຳຣາມຊາ ບຶງກຽດໂງ້ງ

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຄະນະທູດເຢຍລະມັນ ນຳໂດຍ ທ່ານ ນາງ ແອນເນັດ ຄະນູບລ໋ອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ລົງຢ້ຽມເຂດພື້ນທີ່ດິນບໍລິເວນນ້ຳຣາມຊາ ບຶງກຽດໂງ້ງ ບ້ານກຽດໂງ້ງ ເມືອງປະທຸມພອນ ແຂວງຈຳປາສັກ ໃນວັນທີ 15 ພຶດສະພາ 2023 ຜ່ານມາ ເພື່ອຮັບຟັງ ແລະ ທອດຖອນບົດຮຽນ ກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງ ແລະ ປົກປັກຮັກສາດິນ ບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ (MRWP) ທີ່ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານເຢຍລະມັນ ໂດຍຜ່ານທະນາຄານພັດທະນາເຢຍລະມັນ ພ້ອມທັງຮັບຟັງສິ່ງທ້າທາຍ ໃນການຄຸ້ມຄອງເຂດຣາມຊາ ບຶງກຽດໂງ້ງ ໃນຕໍ່ໜ້າ ເພື່ອກຳນົດເຂົ້າໃນກອບວຽກການຄຸ້ມຄອງຊັບພະຍາກອນນໍ້າ ໃນອ່າງແມ່ນໍ້າ 3S ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຫລຸດຜ່ອນຜົກະທົບຈາກໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ.

ທ່ານ ນາງ ດວງມະນີ ຫລວງມະນີ ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະຜ່ານມາມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຄຽງຄູ່ກັບວຽກງານອານຸລັກ ແລະ ຟື້ນຟູທີ່ດິນຣາມຊາ ບຶງກຽດໂງ້ງ, ແຕ່ກໍຍັງມີຫລາຍສິ່ງທ້າທາຍ ແລະ ຍັງຕ້ອງການ ການສືບຕໍ່ສະໜັບສະໜູນຊ່ວຍເຫລືອ ທາງດ້ານງົບປະມານ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການ 5 ປີ ໃນການຄຸ້ມຄອງທີ່ດິນບໍລິເວນນໍ້າຣາມຊາ ບຶງກຽດໂງ້ງ ປີ 2021-2025.

ເມືອງປະທຸມພອນ ມີລັກສະນະຈຸດພິເສດດ້ານທີ່ຕັ້ງ ທີ່ເປັນເອກະລັກ ແລະ ດ້ານພູມສັນຖານ, ເຊິ່ງປະກອບດ້ວຍ 2 ເຂດອຸທິຍານແຫ່ງຊາດເຊປຽນ ແລະ ດົງຫົວສາວ, ໜຶ່ງເຂດດິນບໍລິເວນນໍ້າ ຣາມຊາ ບຶງກຽດໂງ້ງ ແລະ ເຂດພື້ນທີ່ ທີ່ຕິດກັບແຄມຂອງ ແມ່ນໍ້າສາຍລັກ ຂອງ ສປປ ລາວ ແລະ ທັງເປັນແມ່ນໍ້າສາກົນຮ່ວມກັບອີກ 5 ປະເທດຄື: ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ ແລະ ຈີນ, ເຊິ່ງມີທ່າແຮງສູງ ໃນການຄຸ້ມຄອງ ແລະ ພັດທະນາທາງດ້ານຊັບພະຍາກອນນໍ້າ, ຊັບພະຍາກອນປ່າໄມ້, ຂຸດຄົ້ນທ່າແຮງຂອງຊຸມຊົນ, ຂະແໜງການທ່ອງທ່ຽວ ແລະ ຊີວະນາໆພັນ. ແຕ່ເຖິງຢ່າງໃດກໍຕາມ, ການເສີມຂະຫຍາຍທ່າແຮງດັ່ງກ່າວ ຍັງບໍ່ທັນສູງເທົ່າທີ່ຄວນ ເນື່ອງຈາກຂາດງົບປະມານ ແລະ ວິຊາການ. ສະນັ້ນ, ຈຶ່ງໄດ້ຄົ້ນຄວ້າຄວາມຕ້ອງການດ້ານງົບປະມານລວມ ເພື່ອເສີມຂະຫຍາຍທ່າແຮງ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງປະທຸມພອນ ໃນ 9 ຂົງເຂດຫລັກ ໂດຍມີມູນຄ່າທັງໝົດ 8,76 ລ້ານໂດລາສະຫະລັດ.

ຂ່າວ-ພາບ: ສີສົມບູນ ວົງວຽງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version