Home ຂ່າວກິລາ ແມນຊິຕີ ເປີດບ້ານຖະຫຼົ່ມ ແຊ໋ມເກົ່າ ມາດຣິດ 4-0 ຜ່ານເຂົ້າຊີງກັບ ອິນເຕີ ມິລານ ເຕະບານ ຢູຟາ ແຊ໋ມປ້ຽນລີກ 2022-2023

ແມນຊິຕີ ເປີດບ້ານຖະຫຼົ່ມ ແຊ໋ມເກົ່າ ມາດຣິດ 4-0 ຜ່ານເຂົ້າຊີງກັບ ອິນເຕີ ມິລານ ເຕະບານ ຢູຟາ ແຊ໋ມປ້ຽນລີກ 2022-2023

0
Manchester City's Portuguese midfielder Bernardo Silva (C) scores the opening goal during the UEFA Champions League second leg semi-final football match between Manchester City and Real Madrid at the Etihad Stadium in Manchester, north west England, on May 17, 2023. (Photo by Paul ELLIS / AFP)

ທັບນັກເຕະສະໂມສອນ ແມນເຊັດເຕີ ຊິຕີ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບຖືກວາງໃຫ້ເປັນເຕັງໜຶ່ງໃນການຄວ້າແຊ໋ມເຕະບານ ຢູູຟາ ແຊ໋ມປ້ຽນລີກ ລະດູການ 2022-2023 ຫຼັງເປີດບ້ານໄລ່ຖະຫຼົ່ມ ແຊ໋ມເກົ່າ ແລະ ດີກຣີແຊ໋ມ 14 ສະໄໝ ສະໂມສອນ ຣີວ ມາດຣິດ ໄປແບບຂາດຮອຍເຖິງ 4-0 ປະຕູ ລວມຜົນສອງນັດ ແມນຊິຕີ ຊະນະ 5-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ສະໂມສອນ ອິນເຕີ ມິລານ ທີມດັງຈາກອີຕາລີ ໄດ້ສຳເລັດ.

ການແຂ່ງຂັນເຕະບານລາຍການດັ່ງກ່າວ ຮອບຮອງຊະນະເລີດ ນັດທີ 2 ເມື່ອຄືນວັນທີ 17 ພຶດສະພາ 2023, ສະໂມສອນ ແມນເຊັດເຕີ ຊິຕີ ທີມດັງຈາກອັງກິດ ເປີດສະໜາມເອຕິຮັດ ສະເຕດ້ຽມ ຕ້ອນຮັບການມາຢາມຂອງ ສະໂມສອນ ຣີວ ມາດຣິດ ແຊ໋ມເກົ່າ ທັງເປັນດີກຣີແຊ໋ມລາຍການນີ້ 14 ສະໄໝ ໂດຍເກມນີ້ ທ່ານ ເປບ ກວາດິໂອລາ ຄູຝຶກແມນຊິຕີ ໃນຖານະເຈົ້າບ້ານ ຈັດ 11 ຕົວຈິງ ໃນລະດັບ 3-2-4-1 ຜູ້ຮັກສາປະຕູ ເອແດຊອນ; ກອງຫຼັງ: ໄຄ ວອກເກີ, ຣູເບນ ດິອາດ, ມານູເອວ ອະຄານຈີ ແລະ ຈອນ ສະໂຕນ; ກອງກາງ: ແບນາໂດ ຊິນວາ, ເຄວິນ ເດີບຣອຍ, ແຈັກ ກຣີລິດ ແລະ ອິວຄາຍ ກຸນໂດກັນ ສ່ວນໜ້າເປົ້າໃຊ້ງານ ເອີລິງ ຮາແລນ ເປັນຕົວຈົບສະກໍ.

ຂະນະທີ່ ທ່ານ ຄາໂຣ ອັນເຊລອດຕິ ຄູຝຶກ ຣີວ ມາດຣິດ ຈັດທີມໃນລະບົບ 4-3-3 ຜູ້ຮັກສາປະຕູ ຕິໂບ ກູກຕົວ; ກອງຫຼັງ: ດານີ ກາບາຄາວ, ເອແດ ມິລິເຕົາ, ດາວິດ ອະລາບາ ແລະ ເອດູອາໂດ ກາມາວິນກາ; ກອງກາງ: ເຟເດຣີໂກ ວັນເວເດ, ໂທນີ ໂຄຣດ ແລະ ລູກາ ໂມດຣິດ; ສາມປະສານແດນໜ້າ: ໂຣດີໂກ, ຄາຣິມ ເບນເຊມາ ແລະ ວິນິຊິອຸດ ຈູເນ່ຍ.

ເກມໃນເຄິ່ງເວລາທຳອິດ ເປັນຝ່າຍແມນຊິຕີ ເຈົ້າບ້ານທີ່ພັບສະໜາມບຸກຢູ່ຂ້າງດຽວ ແລະ ໄດ້ປະຕູຂຶ້ນນຳໄປກ່ອນ 2-0 ປະຕູ ຈາກການຍິງຂອງ ແບນາໂດ ຊິນວາ ນາທີ 23 ແລະ ນາທີ 27 ກ່ອນຈະຈົບເຄິ່ງເວລາທຳອິດດ້ວຍສະກໍນີ້. ກັບເຂົ້າສູ່ເຄິ່ງເວລາທີ 2 ຍັງເປັນແມນຊິຕີ ທີ່ຫຼິ້ນໄດ້ເໜືອກວ່າ ແລະ ມາໄດ້ເພີ່ມອີກ 2 ປະຕູ ຈາກການເຮັດເຂົ້າປະຕູຕົນເອງຂອງ ເອແດ ມິລິເຕົາ ນາທີ 76 ແລະ ຮູລຽນ ອັນວາເຣດ ໃນນາທີ 90+1 ສ່ວນເວລາທີ່ເຫຼືອທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້ເພີ່ມ ຈົບເກມ ແມນຊິຕີ ເປີດບ້ານໄລ່ຖະຫຼົ່ມ ແຊ໋ມເກົ່າ ມາດຣິດ ໄປແບບຂາດຮອຍເຖິງ 4-0 ປະຕູ ລວມຜົນສອງນັດ ແມນຊິຕີ ຊະນະ 5-1 ປະຕູ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ສະໂມສອນ ອິນເຕີ ມິລານ ທີ່ເອົາຊະນະ ເອຊີ ມິລານ ມາໄດ້ 3-0 ປະຕູ ຈາກ 2 ນັດ.

ສຳລັບການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2022-2023 ຮອບຊີງຊະນະເລີດ ລະຫວ່າງ ສະໂມສອນ ແມນເຊັດເຕີ ຊິຕີ ຈາກອັງກິດ ແລະ ສະໂມສອນ ອິນເຕີ ມິລານ ຈາກອີຕາລີ ຈະມີຂຶ້ນທີ່ສະໜາມອະຕາເຕິກ ສະເຕດ້ຽມ ນະຄອນຫຼວງອິດຕັນບູນ ປະເທດຕວກກີ ໃນວັນທີ 10 ມິຖຸນາ 2023.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version