Home ຂ່າວຕ່າງປະເທດ ສປ ຈີນ ມີມູນຄ່າຂາເຂົ້າ-ອອກ ກັບເອີຣົບກາງ-ຕາເວັນອອກ ເພີ່ມຂຶ້ນ 2,8%

ສປ ຈີນ ມີມູນຄ່າຂາເຂົ້າ-ອອກ ກັບເອີຣົບກາງ-ຕາເວັນອອກ ເພີ່ມຂຶ້ນ 2,8%

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນແຫ່ງ ສປ ຈີນ ​ກອງ​ປະຊຸມການຮ່ວມມືການກວດກາ ແລະ ກັກກັນພະຍາດດ່ານພາສີ ຂອງ ສປ ຈີນ, ປະເທດເອີຣົບກາງ ແລະ ຕາເວັນອອກ ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນນິງໂປ່ ຂອງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ໄດ້​ຍົກ​ໃຫ້​ເຫັນ​ ຕະຫລອດ​ໄລຍະ 4 ເດືອນ ຕົ້ນປີນີ້ມູນຄ່າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບປະເທດເອີຣົບກາງ ແລະ ຕາເວັນອອກ ບັນລຸເຖິງ 44,87 ຕື້ໂດລາ ເພີ່ມຂຶ້ນ 2,8% ເມື່ອທຽບໃສ່ປີກາຍ. ໃນດ້ານຜະລິດຕະພັນກະສິກຳ ແລະ ອາຫານ, ປະເທດ ສປ ຈີນ ໄດ້ນຳເຂົ້າຜະລິດຕະພັນກະສິກຳ ມູນຄ່າ 310 ລ້ານໂດລາສະຫະລັດເພີ່ມຂຶ້ນ 43,1%, ພ້ອມກັນນັ້ນ ສປ ຈີນ ໄດ້ສົ່ງອອກ ຜະລິດຕະພັນກະສິກຳ ມູນຄ່າ 410 ລ້ານໂດລາສະຫະລັດ ເພີ່ມຂຶ້ນຢ່າງ​​ເຂັ້ມ​ແຂງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version