Home ສາລະໜ້າຮູ້ ສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດໃນການດໍາລົງຊີວິດຂອງຄົນເຮົາ

ສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດໃນການດໍາລົງຊີວິດຂອງຄົນເຮົາ

0

ເປັນເລື່ອງຮັບຮູ້ກັນດີວ່າ ສື່ໃໝ່ ກໍ່ຄືສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດໃນການດໍາລົງຊີວິດຂອງຄົນເຮົາ ບໍ່ວ່າຢູ່ໃນເມືອງ ແລະ ຊົນນະບົດ ໂດຍອາໄສເຄື່ອງມືການຕິດຕໍ່ສື່ສານນັ້ນ ຄືໂທລະສັບທັນສະໄໝ ເຊິ່ງລາຄາບໍ່ແພງ ມີໃຫ້ເລືອກຫລາຍຍີ່ຫໍ້. ການໃຊ້ສື່ອອນລາຍມີຄຸນປະ ໂຫຍດຫລາຍ ຖ້າໃຊ້ເພື່ອສະແຫວງປະໂຫຍດ ທັງຮັບ ແລະ ສົ່ງຕໍ່ ແບ່ງປັນຄວາມຮູ້…

 ເປັນເລື່ອງຮັບຮູ້ກັນດີວ່າ ສື່ໃໝ່ ກໍ່ຄືສື່ສັງຄົມອອນລາຍ ໄດ້ເຂົ້າມາມີບົດບາດໃນການດໍາລົງຊີວິດຂອງຄົນເຮົາ ບໍ່ວ່າຢູ່ໃນເມືອງ ແລະ ຊົນນະບົດ ໂດຍອາໄສເຄື່ອງມືການຕິດຕໍ່ສື່ສານນັ້ນ ຄືໂທລະສັບທັນສະໄໝ ເຊິ່ງລາຄາບໍ່ແພງ ມີໃຫ້ເລືອກຫລາຍຍີ່ຫໍ້. ການໃຊ້ສື່ອອນລາຍມີຄຸນປະ ໂຫຍດຫລາຍ ຖ້າໃຊ້ເພື່ອສະແຫວງປະໂຫຍດ ທັງຮັບ ແລະ ສົ່ງຕໍ່ ແບ່ງປັນຄວາມຮູ້…ໃນຂະນະດຽວກັນ ທ່າມກາງກະແສຂອງສັງຄົມກົ້ມໜ້າໃສ່ໂທລະສັບ, ກໍ່ມີຄົນຈໍານວນໜຶ່ງ ສະແຫວງຫາປະໂຫຍດ ຈາກສື່ອັນນີ້ໃນທາງບໍ່ດີບໍ່ຄວນ, ສ້າງຂໍ້ມູນລວງ, ຂໍ້ມູນປອມ, ໃສ່ຮ້າຍປ້າຍສີຜູ້ອື່ນ… ຜູ້ທີ່ ເບິ່ງຂໍ້ມູນດ້ານດຽວ ໂດຍຂາດການພິຈາລະນາ ກໍ່ຈະຕົກເປັນເຍື່ອຫລົງເຊື່ອ ແລະ ແບ່ງປັນຂໍ້ມູນນັ້ນໄປ ເຮັດໃຫ້ເກີດຫາງສຽງສັບສົນ. ບັນຫານີ້ທົ່ວໂລກລະດົມກັນຂະໜານໃຫຍ່, ແຕ່ກໍ່ຍັງມີຄົນຫລວງຫລາຍຫລົງຂໍ້ມູນປອມ, ເຊື່ອການອຸປະໂຫລກໃສ່ຮ້າຍປ້າຍສີ… ທັງນີ້ກໍ່ຍ້ອນບໍ່ໄດ້ຕຶກຕອງ ເທົ່າທີ່ຄວນ ອາດຄືດັ່ງປະສາຊາວບ້ານວ່າ ຫູເບົາ ເຊື່ອງ່າຍ?

ການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີຕໍ່ລາວເຮົາ ຜ່ານສື່ອອນລາຍ ເຄືອຂ່າຍອິນເຕີເນັດມີເປັນໄລຍະ, ບຶດຍົກບັນຫານັ້ນບຶດຍົກບັນຫານີ້, ພະຍາຍາມຈະປຸກໃຫ້ກາຍເປັນກະແສ, ແຕ່ໃນຄວາມເປັນຈິງຄົນລາວຮູ້ທັນເກມ ຂອງພວກນັ້ນດີ, ມີແຕ່ການສ້າງຄວາມແຕກແຍກ, ບາງ ບັນຫາທີ່ພວກມັນຍົກຂຶ້ນເບິ່ງ ໄປກໍ່ເຫັນໄດ້ຄວາມບໍ່ເຂົ້າໃຈໃນບັນຫາ ແຕ່ພັດສະແດງຕົນເປັນຄົນຮູ້, ຖ້າຄົນທັງຫລາຍຮູ້ທັນນັ້ນ ຄືການຂາຍໜ້າຕົນເອງຂອງຜູ້ມັກໃສ່ຮ້າຍປ້າຍສີຜູ້ອື່ນ.

ເວົ້າເຖິງສະພາບການ ແລະ ທ່າອ່ຽງໂລກ ເຖິງວ່າຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນຍາກ, ແຕ່ພາບລວມອັນພື້ນຖານ ກໍ່ຍັງແມ່ນການຮ່ວມມືພັດທະນາ. ບັນຫາຄວາມຂັດແຍ່ງ-ແຂ່ງຂັນກັນ ມັນກໍ່ມີມາແຕ່ໃດໆ ເຊິ່ງໃນທີ່ສຸດກໍ່ຈະນໍາໄປສູ່ ການຫາທາງອອກດ້ວຍສັນ ຕິວິທີ. ສະນັ້ນ ການພົວພັນຮ່ວມມືທີ່ດີຕໍ່ກັນ ເພື່ອພ້ອມກັນພັດທະນາ ຖືວ່າຍັງແມ່ນຄວາມຮຽກຮ້ອງຕ້ອງການຂອງໂລກ.

ໂລກໃນໄລຍະໃໝ່ມີຫລາຍຂົ້ວ, ບໍ່ໄດ້ຈໍາກັດສອງຂົ້ວຄືແຕ່ກ່ອນ. ດຽວນີ້ມີຫລາຍປະເທດເສດຖະກິດ-ຄວາມໝັ້ນຄົງ ມີຄວາມເຂັ້ມແຂງພົ້ນເດັ່ນຂຶ້ນ ກາຍເປັນມະຫາອໍານາດໃໝ່, ເຮັດໃຫ້ໂລກເລີ່ມມີຫລາຍຂົ້ວ (ອໍານາດ). ເວົ້າເຖິງສະກຸນເງິນຕາຕ່າງປະເທດ ແຕ່ກ່ອນມີແຕ່ໂດລາ ສະຫະລັດ ເຄື່ອນໄຫວລັກສະນະຄອງໂລກຕະຫລອດມາ, ຕໍ່ມາກໍ່ມີເງິນເອີໂຣ ແລະ ໃໝ່ ກໍ່ມີເງິນຣຸບ ແລະ ຢວນ. ໂລກຍ່ອມປ່ຽນໄປຕາມກະແສຟອງ ຂອງການພັດທະນາ, ມີຄວາມຫລາກຫລາຍ, ມີທາງເລືອກຫລາຍຂຶ້ນ.

ໃນຫລາຍປີມານີ້, ຍ້ອນເສດຖະກິດຂອງ ສປ ຈີນ ເຂັ້ມແຂງຂຶ້ນ, ນະໂຍບາຍໃຊ້ເງິນຢວນ ເພື່ອຊໍາລະສະສາງລະຫວ່າງປະເທດ ຈຶ່ງຄ່ອຍໆເປັນຮູບປະທໍາໃນປີມໍ່ໆມານີ້. ມາຮອດດຽວນີ້ ມີຢ່າງໜ້ອຍ 20 ປະເທດ ທີ່ເຊັນຕົກລົງຖືເອົາເງິນຂອງຊາດຕົນ ກັບເງິນຢວນ ຊໍາລະສະສາງໃນ ການຄ້າຂາຍກັບ ສປ ຈີນ, ໃນນັ້ນ ກໍ່ລວມທັງລາວເຮົາ. ແຕ່ກ່ອນການ​ຊໍາລະສະສາງ ການຄ້າຂາຍຕ່າງປະເທດ ຕ້ອງເອົາເງິນຂອງຕົນໄປຊື້ໂດລາສະຫະລັດ ຢ່າງດຽວ ເພື່ອຊໍາລະກັນ, ທັງທີ່ແຕ່ລະປະເທດມີສະກຸນເງິນຂອງຕົນເອງ.

ກ່ຽວກັບການຊໍາລະສະສາງ ດ້ວຍສະກຸນອື່ນທີ່ບໍ່ແມ່ນໂດລາ, ປະເທດ ສ ຣັດເຊຍ ໄດ້ເລີ່ມເຮັດກັບຈີນ ແລະ ອິນເດຍ ທີ່ເປັນເສດຖະກິດພົ້ນເດັ່ນຂຶ້ນໃໝ່ ( Emerging Economy) ດ້ວຍການເຊັນ ເອົາເງິນຣູບ ແລະ ເງິນຢວນ-ເງິນຣູບກັບເງິນຣູປີ (ອິນເດຍ) ຈ່າຍກັນເລີຍໂລດ.  ການ ເອົາເງິນສະກຸນອື່ນ ທີ່ບໍ່ແມ່ນໂດລາສະຫະລັດ ຊໍາລະສະສາງກັນຜ່ານມາ ມີຫລາຍປະເທດຢາກເຮັດ ແຕ່ຖືກ “ສາກົນ”ເກືອດຫ້າມ ໂດຍສະເພາະເຈົ້າຂອງເງິນໂດລາ ຈຶ່ງບໍ່ສໍາເລັດ, ຜູ້ໃດແຂງຂໍ້ກໍ່ຖືກປາບດ້ວຍວິທີຕ່າງໆ.

ສະພາບການປ່ຽນແປງໄປ ເມື່ອເຫັນວ່າບັນດາປະເທດພັດທະນາ ເສດຖະກິດເຂັ້ມແຂງແຖວໜ້າໂລກຄື ຣັດເຊຍ ເລີ່ມແບບນີ້ໄດ້, ຫລາຍປະເທດກໍ່ເລີຍພາກັນຕາມຫລັງມາ ເຊັນກັບຣັດເຊຍ, ກັບຈີນ ເອົາເງິນຊາດຕົນຊໍາລະໂລດ ບໍ່ຈໍາເປັນຜ່ານເງິນໂດລາ ເຊິ່ງອັນດີແມ່ນ ບໍ່ເສຍປຽບ ຍ້ອນຄ່າໂດລາແຂງຄ່າຂຶ້ນ, ໃຊ້ເງິນຫລາຍສະກຸນເປັນຄັງສໍາຮອງ-ບໍ່ສ່ຽງຫລາຍຄືເກົ່າ ແລະ ອື່ນໆ.

 ສະເພາະເງິນຢວນ, ປະເທດທີ່ເຊັນກັບຈີນຈ່າຍເງິນຂອງຊາດຕົນກັບເງິນຢວນໂລດລວມມີ ກຸ່ມເສດຖະກິດພົ້ນເດັ່ນຂຶ້ນໃໝ່ ເຊັ່ນ: ຣັດເຊຍ, ອາຟຣິກາໃຕ້, ເບຣຊິນ, ອິນເດຍ; ກຸ່ມເສດຖີນໍ້າມັນ ກໍ່ມີບາເຣນ, ໂອມານ, ກາຕາ, ອາຣັບບີຊາອຸດິດ, ອາຣັບອາເມເຣດ. ນອກນັ້ນຍັງມີ ອີຣານ, ອີຣັກ, ປາກິສະຖານ, ບັງກະລາເທດ, ສິລັງກາ, ອາກຊັງຕິນ, ອິນໂດເນເຊຍ, ກຳປູເຈຍ, ສປປ.ລາວ, ນີເຊຣີ… ຕໍ່ກຸ່ມສະເໜີນໍາຫລັງນີ້ ມັກມີຂ່າວອະກຸສົນ ກຸຂຶ້ນໂດຍຄົນບໍ່ຫວັງດີ ຕະຫລອດມາວ່າ ຈະເປັນເມືອງຂຶ້ນຂອງຈີນ.

ຢູ່ປະເທດເຮົາ, ຖ້າບໍ່ຫູເບົາ ກໍ່ຈະຮູ້ ແລະ ເຂົ້າໃຈດີວ່າ ເງິນບາດ ແລະ ໂດລາ ທີ່ເຄີຍມີບົດບາດຢູ່ລາວເຮົາ ມາຫລາຍທົດສະວັດ ກໍ່ຍັງສືບຕໍ່ຊໍາລະກັບຄູ່ຄ້າກ່ຽວຂ້ອງ. ບໍ່ຄວນຫູເບົາ ຖືກເປົ່າງ່າຍ ໂດຍກຸ່ມຄົນບໍ່ຫວັງດີພຽງບໍ່ເທົ່າໃດຄົນ ທີ່ອາໄສຍາມປະເທດເຮົາຫຍຸ້ງຍາກນີ້ ສ້າງກະແສແຕກ ຕື່ນຢ້ານນັ້ນຢ້ານນີ້ ເມື່ອເຊັນໃຊ້ເງິນ ສອງສະກຸນກີບ-ຢວນ ຊໍາລະການຄ້າຂາຍກັບຈີນ ຈະເສຍບ້ານເມືອງ ບໍ່ມີເງິນກີບ…ເຊິ່ງແມ່ນຄວາມເຂົ້າໃຈແບບຕື່ນໆ ບໍ່ຖືກຕ້ອງ-ສະໝອງຖືກແມງຄາເຂົ້າ, ຈົ່ງຢ່າຫລົງເຊື່ອຫລົງ ແຊ(Share). ໃນເງື່ອນໄຂຄືແນວນີ້, ສປ ຈີນ ເຊິ່ງເປັນມະຫາອໍານາດເສດ ຖະກິດໂລກ ຍິນດີຮ່ວມມືເຊັນຮັບເງິນກີບຈາກ ສປປລາວ ແລະ ເງິນບັນດາປະເທດ ມັນແມ່ນນະໂຍບາຍທີ່ສະເໝີພາບ, ເປັນມິດຈິງໃຈທີ່ສຸດແລ້ວ.

ຢູ່ປະເທດໃກ້ເຮົາ, ນັກເສດຖະສາດໄທຫລາຍທ່ານກໍ່ຍັງໃຫ້ທັດສະນະເຫັນວ່າ ໄທ ຄວນເປັນເຈົ້າການ ເຊັນຊໍາລະບາດ-ຢວນ…  ປະເທດໃດກໍ່ເຊັ່ນດຽວກັນ ຖ້າຄົນໃນຊາດບໍ່ເປັນເຈົ້າ ບໍ່ຮັກຊາດຂາດສາມັກຄີ, ກໍ່ຈະຖືກຄົນບໍ່ດີຍຸແຍ່ເຂົ້າໆ. ເມື່ອຫູເບົາເອົາຄວາມງ່າຍ ໂດຍບໍ່ໄດ້ຄຶດຕຶກຕອງ ຖີ່ຖ້ວນ ກໍ່ຈະຫລົງເຊື່ອ ຕົກໃນເລ່ກົນກຸ່ມຄົນບໍ່ຫວັງດີ ທີ່ເປັນປໍລະປັກພວກເຮົາ. ປະຫວັດສາດຜ່ານມາ ໃຫ້ພວກເຮົາເຫັນວ່າ ການຕົກເປັນເມືອງຂຶ້ນຂອງປະເທດອື່ນ ສະໄໝລາວລ້ານຊ້າງເຄີຍເປັນມາແລ້ວ, ບໍ່ແມ່ນຍ້ອນເຊັນຊໍາລະ ດ້ວຍເງິນຊາດຕົນກັບເງິນຄູ່ຄ້າ, ມັນຍ້ອນຂາດຄວາມສາມັກ ຄີອັນເປັນປຶກແຜ່ນຕ່າງຫາກ.

ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ, ພວກເຮົາຕ້ອງມີຄວາມເຊື່ອໝັ້ນໃນນໍາພາປະເທດ ໄປສູ່ຈຸດໝາຍແຫ່ງຄວາມວັດທະນະຖາວອນ, ເຮັດໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ປະຊາທິປະໄຕ, ສີວິໄລ, ຍຸຕິທໍາ. ບໍ່ຫູເບົາ ນັ້ນແມ່ນຄົນຍຸກໃໝ່, ຮັບ ຂໍ້ມູນຂ່າວສານ ດ້ວຍຄວາມສະຫລາດຄິດ ແລະ ເຂົ້າໃຈຈຸດພິເສດ ແລະ ເງື່ອນໄຂຂອງຕົນເອງດີ.

* ຄ້ອງໃໝ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version