Home ຂ່າວພາຍໃນ ສ້າງຄວາມເຂັ້ມແຂງໃຫ້ນັກຂ່າວ-ນັກຈັດລາຍການແນວລາວສ້າງຊາດ 12 ແຂວງ

ສ້າງຄວາມເຂັ້ມແຂງໃຫ້ນັກຂ່າວ-ນັກຈັດລາຍການແນວລາວສ້າງຊາດ 12 ແຂວງ

0

ຊຸດອົບຮົມເຕັກນິກຄວາມຮູ້ພື້ນຖານກ່ຽວກັບການຜະລິດລາຍການຂ່າວວິທະຍຸ ໃຫ້ພະນັກງານແນວລາວສ້າງຊາດ 12 ແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ ຜ່ານມານີ້ ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ວິທະຍາກອນທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ວິທະຍາກອນຈາກ ສນຊ ພ້ອມດ້ວຍສໍາມະນາກອນຈາກ 12 ແຂວງເຂົ້າຮ່ວມ.

ທ່ານ ຈັນທະວົງ ແສນອາມາດມົນຕີ ກ່າວວ່າ: ວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ, ມີພາລະບົດບາດເປັນກະບອກສຽງຂອງອົງການແນວລາວສ້າງຊາດໃນການໂຄສະນາ, ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທໍານອງທີ່ບິດເບືອນຄວາມຈິງ. ປັດຈຸບັນວຽກງານໂຄສະນາໄດ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບສ່ອງແສງໄດ້ທັນການ ໂດຍສະເພາະສື່ອອນລາຍຊຶ່ງມັນມີທັງຜົນດີ ແລະ ຜົນກະທົບດ້ານລົບ ພ້ອມນີ້ວຽກງານວິທະຍຸເປັນວຽກງານໜຶ່ງທີ່ມີຄວາມສໍາຄັນໃນການໂຄສະນາ ດັ່ງນັ້ນ, ເພື່ອຍົກລະດັບຄຸນນະພາບໃຫ້ແກ່ວຽກງານສື່ແນວລາວສ້າງຊາດ ໂດຍສະເພາະລາຍການວິທະຍຸຢູ່ບັນດາແຂວງໃຫ້ມີການຫັນປ່ຽນໃໝ່ ແລະ ໂຄສະນາໃຫ້ກວ້າງຂວາງຂຶ້ນຕື່ມ ຊຸດອົບຮົມຄັ້ງນີ້ຈະໃຊ້ເວລາ 2 ວັນເຕັມ ຊຶ່ງສໍາມະນາກອນຈະໄດ້ຮຽນຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ເຕັກນິກຜະລິດລາຍການວິທະຍຸ, ຮຽນຮູ້ກ່ຽວກັບໂຄສົກວິທະຍຸ.

ການອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານສື່ຂອງແນວລາວສ້າງຊາດ ທາງດ້ານຄວາມຮູ້ຄວາມສາມາດ, ຈັນຍາບັນຂອງນັກຂ່າວ, ເຕັກນິກການຂຽນຂ່າວ, ການເປັນໂຄສົກວິທະຍຸ, ການອອກຂ່າວ, ການນໍາໃຊ້ອຸປະກອນເຂົ້າໃນວຽກງານໂຄສະນາ ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສ້າງໄດ້ແນວຄິດ, ຄວາມຮັບຜິດຊອບ, ກ້າຄິດ, ກ້າທໍາ ດ້ວຍຄວາມເປັນເຈົ້າການຕໍ່ໜ້າທີ່ຂອງຕົນ, ແນໃສ່ຫັນປ່ຽນໃໝ່ໃນວຽກງານສື່ມວນຊົນ ເພື່ອສາມາດປະຕິບັດພາລະບົດບາດໜ້າທີ່ໃນການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການຕ່າງໆຂອງພັກ ຂອງແນວລາວສ້າງຊາດການປະຕິບັດ 2 ວາລະແຫ່ງຊາດໃຫ້ບັນລຸຜົນເປັນຈິງ.

ຂ່າວ-ພາບ: ບຸນທີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version