Home ຂ່າວພາຍໃນ ເປີດນໍາໃຊ້ລະບົບທໍ່ສົ່ງອົກຊີແຊນ ແລະ ຖັງບັນຈຸອົກຊີແຊນແຫຼວໃນ 6 ໂຮງໝໍແຂວງ, 1 ໂຮງໝໍສູນກາງ

ເປີດນໍາໃຊ້ລະບົບທໍ່ສົ່ງອົກຊີແຊນ ແລະ ຖັງບັນຈຸອົກຊີແຊນແຫຼວໃນ 6 ໂຮງໝໍແຂວງ, 1 ໂຮງໝໍສູນກາງ

0

ພິທີມອບ-ຮັບການຕິດຕັ້ງລະບົບທໍ່ສົ່ງອົກຊີແຊນ ແລະ ຖັງບັນຈຸອົກຊີແຊນແຫຼວໃຫ້ແກ່ 6 ໂຮງໝໍແຂວງ ແລະ 1 ໂຮງໝໍສູນກາງໃນ ສປປ ລາວ ສະໜັບສະໜູນໂດຍອົງການຢູນິເທດ ໂດຍຜ່ານອົງການຈາຍປະຈໍາລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ແຊັກກາຣີ ຄາສ ປະທານໜ່ວຍງານຢາຈໍາເປັນຂັ້ນພື້ນຖານອົງການຈາຍ (CHAI) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ວຽກງານດັ່ງກ່າວມີຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງເຂົ້າໃນພື້ນຖານໂຄງລ່າງຂອງໂຮງໝໍ ໂດຍສະເພາະການປິ່ນປົວຄົນເຈັບທີ່ມີພາວະຂາດອົກຊີແຊນ ຫຼື ພາວະອົກຊີແຊນໃນເລືອດຕໍ່າ ຊຶ່ງສາມາດເກີດຂຶ້ນໄດ້ກັບຄົນເຈັບຫຼາຍປະເພດເຊັ່ນ: ການເກີດລູກ, ອາການສົນໃນເດັກເກີດໃໝ່, ການ ຜ່າຕັດພະຍາດຊຶມເຊື້ອຕ່າງໆ, ອັກເສບປອດ, ພະຍາດເອດຂັ້ນຮຸນແຮງ ແລະ ອື່ນໆ. ພະຍາດເຫຼົ່ານັ້ນອາດຈະໄດ້ໃສ່ອົກຊີແຊນເມື່ອມີອາການໜັກຂຶ້ນ. ໃນໄລຍະຜ່ານມາໄດ້ນໍາໃຊ້ບັ້ງອົກຊີບໍລິການຄົນເຈັບແຕ່ກໍສ່ຽງມີການຮົ່ວໄຫຼໃນການເຄື່ອນຍ້າຍເຖິງ 70% ຂອງອົກຊີແຊນໃນບັ້ງ ພ້ອມນີ້ຍັງມີອັດຕາການປ່ອຍອົກຊີແຊນໄດ້ພຽງ 15 ລິດຕໍ່ນາທີ ເມື່ອທຽບໃສ່ການນໍາໃຊ້ທໍ່ສົ່ງອົກຊີແຊນທີ່ພວກເຮົາເປີດນໍາໃຊ້ນີ້ ເຫັນວ່າລະບົບທໍ່ສົ່ງອົກຊີແຊນແມ່ນມີຄວາມປອດໄພ ແລະ ປະສິດທິພາບໃນການສະໜອງອົກຊີແຊນຄວາມດັນມີເຖິງ 60 ລິດຕໍ່ນາທີ ແລະ ນໍາໃຊ້ປະສົມປະສານກັບບັ້ງອົກຊີແຊນ, ເຄື່ອງຜະລິດອົກຊີແຊນ, ຖັງອົກຊີແຊນແຫຼວຕື່ມອີກ.

ທ່ານ ເພັດພິໄຊ ສູນວິໄລ ກ່າວວ່າ: ການມອບ-ຮັບ ແລະ ເປີດນໍາໃຊ້ຄັ້ງນີ້ມີແຂວງໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ຄໍາມ່ວນ, ບໍລິຄໍາໄຊ, ອັດຕະປື ແລະ ໂຮງໝໍມິດຕະພາບ ຖືເປັນຂີດໝາຍສໍາຄັນໃນການຍົກລະດັບໂຮງໝໍແຂວງໄປສູ່ລະບົບທີ່ມີມາດຕະຖານຂອງກະຊວງສາທາລະນະສຸກອີກບາດກ້າວໜຶ່ງ ທີ່ມີຄວາມຈໍາເປັນສູງສຸດທີ່ຂາດບໍ່ໄດ້ໃນການບໍລິການປິ່ນປົວຄົນເຈັບຢູ່ໂຮງໝໍ ກໍຄືລະບົບອົກຊີແຊນ. ໃນໄລຍະຜ່ານມາແຂວງໄຊຍະບູລີມີຄວາມຫຍຸ້ງຍາກທາງດ້ານຈໍານວນບັ້ງອົກຊີ ແລະ ບໍລິມາດການນໍາໃຊ້ອົກຊີຢູ່ໃນໂຮງໝໍ ຊຶ່ມີຄວາມຕ້ອງການຫຼາຍໂດຍສະເລ່ຍແຕ່ລະເດືອນໂຮງໝໍແຂວງໄຊຍະບູລີໄດ້ນໍາໃຊ້ບັ້ງອົກຊີບໍ່ຫຼຸດ 200 ກວ່າບັ້ງ, ມີບາງເດືອນຮອດ 300 ບັ້ງ ແຕ່ການຕອບສະໜອງຍັງບໍ່ພຽງພໍຈຶ່ງນໍາເຂົ້າຈາກຕ່າງແຂວງ ບາງຄັ້ງເຮັດໃຫ້ການຂົນສົ່ງຊັກຊ້າ. ລາຄາອົກຊີມີການ ເໜັງຕີງຂຶ້ນເລື່ອຍໆ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການບໍລິການອົກຊີໃຫ້ແກ່ຄົນເຈັບ ໃນການຕິດຕັ້ງລະບົບອົກຊີໃສ່ຈຸດບໍລິການຄົນເຈັບໂຮງໝໍແຂວງ ແລະ ລະບົບທໍ່ອົກຊີແຊນໄປຫາຕຽງນອນຄົນເຈັບໂດຍກົງເລີ່ມແຕ່ທ້າຍປີ 2022 ເຖິງປັດຈຸບັນແມ່ນສໍາເລັດ ມີທັງໝົດ 62 ຈຸດ ແລະ ຍັງສາມາດຂະຫຍາຍເພີ່ມຫົວອົກຊີແຊນໄປໄດ້ອີກເຖິງ 82 ຈຸດ, ໂດຍແມ່ນທຶນສະໜັບສະໜູນຈາກອົງການຈາຍ (CHAI) ມູນຄ່າ 5 ຕື້ກວ່າກີບ. ຈາກນັ້ນທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຮອງເຈົ້າແຂວງ ພ້ອມດ້ວຍແຂກຖືກເຊີນໄດ້ຮ່ວມກັນຕັດແຖບຜ້າເປີດການນໍາໃຊ້ຢ່າງເປັນທາງການ ແລະ ລົງຢ້ຽມຢາມເບິ່ງຄົນເຈັບ, ບ່ອນແລ່ນທໍ່ອົກຊີແຊນ, ບ່ອນຕຽງນອນຂອງຄົນເຈັບຕື່ມອີກ.

ຂ່າວ-ພາບ: ບຸນທີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version