Home ຂ່າວຕ່າງປະເທດ ໂຄງການຜັນນ້ຳຈາກໃຕ້ຂຶ້ນສູ່ເໜືອເຮັດໃຫ້ຊາວຈີນໄດ້ຮັບຜົນປະໂຫຍດກວ່າ 150 ລ້ານຄົນ

ໂຄງການຜັນນ້ຳຈາກໃຕ້ຂຶ້ນສູ່ເໜືອເຮັດໃຫ້ຊາວຈີນໄດ້ຮັບຜົນປະໂຫຍດກວ່າ 150 ລ້ານຄົນ

0

ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ ສປ ຈີນ​ ບໍລິສັດ China South-to-North Water Diversion Co., Ltd ​ແມ່ນ​ໂຄງການຜັນ​ນ້ຳ ຈາກ​ພາກ​ໃຕ້ຂຶ້ນ​ສູ່​ພາກ​ເໜືອ​ ຂອງ ສປ ຈີນ ​ເສັ້ນທາງ​ພາກຕາ​ເວັນ​ອອກ ​ແລະ ​ເສັ້ນທາງ​ພາກ​ກາງໄດ້​ເອື້​ອຍປະ​ໂຫຍ​ດໃຫ້​ແກ່​ປະຊາຊົນ​ຫລາຍ​ກວ່າ 150 ລ້ານ​ຄົນ.​ ໂຄງການ​ນີ້ສາມາດ​ຂົນ​ສົ່ງ​ນ້ຳປະລິມານ 62.000 ລ້ານ​​ແມັດ​ກ້ອນ ສູ່​ພື້ນ​ທີ່ ​ແຫ້ງ​ແລ້ງ ທາງ​ພາກ​ເໜືອ ຂອງ​ປະ​ເທດ ຜ່ານສອງ​ ເສັ້ນທາງ​ດັ່ງກ່າວ.​ສຳລັບ ໂຄງການ ​​ຜັນນ້ຳ​ ພາກ​ໃຕ້ ​ຫາ​ພາກເໜືອ​ ປະກອບມີ 3 ​ເສັ້ນ ທາງ ​ໂດຍ​​ເສັ້ນທາງ​ກາງ​ ແມ່ນ​ສຳຄັນ​ ທີ່​ສຸດເລີ່ມຕົ້ນ ຈາກອ່າງເກັບນ້ຳ ຕານ​ຈຽງ​ໂຈ​ວ ​ໃນ​ແຂວງ ຫູ​ເປີ​ຍ ພາກກາງ ຂອງ ສປ ຈີນເປັນສາຍຍາວ​ ຂ້າມ​​ແຂວງ ​ເຫີ​ໜານ ​ແລະ ​ແຂວງ​ເຫີ​ເປີ​ຍ ກ່ອນ​ເຖິງ ນະຄອນຫລວງ ປັກ​ກິ່ງ ​ແລະ ​ເທດສະບານ ນະຄອນ ທຽນ​ຈິນ ​ໂດຍ​ເລີ່​ມຜັນ​ນ້ຳຕັ້ງແຕ່ ​ເດືອນ​ທັນວາ​ ປີ2014.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version