Home ຂ່າວຕ່າງປະເທດ ກອງປະຊຸມສຸດຍອດຈີນ-ອາຊີກາງ ຈະຈັດຂຶ້ນໃນໄວໆ ນີ້

ກອງປະຊຸມສຸດຍອດຈີນ-ອາຊີກາງ ຈະຈັດຂຶ້ນໃນໄວໆ ນີ້

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ແຫ່ງ ສປ ຈີນ ກອງປະຊຸມສຸດຍອດຈີນ-ອາຊີກາງ ຈະຈັດຂຶ້ນໃນ​ລະຫວ່າງ ວັນທີ 18 ຫາວັນທີ 19 ພຶດສະພານີ້ ຢູ່ນະຄອນຊີ່ອ່ານ ແຂວງສານຊີ່ ຂອງ ສປຈີນ, ນີ້ແມ່ນການເຄື່ອນໄຫວທາງການຕ່າງປະເທດ ອັນສຳຄັນຄັ້ງທຳອິດ ທີ່ ສປ ຈີນ ເປັນເຈົ້າພາບໃນປີ 2023 ເພື່ອຕ້ອບຮັບແຂກຕ່າງໆ ຈາກທັງພາຍໃນ ແລະ ຕ່າງປະເທດ ດ້ວຍການບໍລິການທີ່ດີທີ່ສຸດ. ສູນການຄ້າ ແລະ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຊີ່ອ່ານ, ໜ້າຈໍໃຫຍ່ ທີ່ທາງນອກໄດ້ສາຍຮູບເງົາ ໂຄສະນາ ຂອງກອງປະຊຸມສຸດ ຍອດຈີນ-ອາຊີກາງ ໄດ້ສະແດງໃຫ້ເຫັນຄວາມຄ່ອງຄອຍຢ່າງແຮງກ້າ ຂອງນະຄອນຊີ່ອ່ານທີ່ມີຕໍ່ກອງປະຊຸມສຸດຍອດຄັ້ງນີ້. ຢູ່ສວນສາທາລະນະກຳແພງເມືອງ, ດອກໄມ້ທີ່ສວຍງາມ ໄດ້ປະດັບປະດາກຳແພງເມືອງບູຮານ. ນອກນີ້, ຢູ່ປ່ອງຢ້ຽມໃຫ້ການບໍລິການຈຳນວນໜຶ່ງ, ພະນັກງານເຮັດວຽກກໍໄດ້ທຳການກະກຽມຢ່າງຕັ້ງໜ້າ, ອອກແຮງ ສຸດຂີດ ເພື່ອເຮັດວຽກ ບໍລິການ ດ້ານການຮັບປະກັນ ໃຫ້ດີທີ່ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version