Home ຂ່າວຕ່າງປະເທດ ຮົງກົງ ທົດລອງເປີດນຳໃຊ້ສູນຮັບແກັສທຳມະຊາດແຫລວໃຫຍ່ທີ່ສຸດໃນໂລກ

ຮົງກົງ ທົດລອງເປີດນຳໃຊ້ສູນຮັບແກັສທຳມະຊາດແຫລວໃຫຍ່ທີ່ສຸດໃນໂລກ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ ​ແຫ່ງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ສູນຮັບແກັສທຳມະຊາດແຫລວ ມີຂະໜາດໃຫຍ່ທີ່ສຸດໃນໂລກ ໄດ້ຮັບຂົນຖ່າຍຈາກກຳ​ປັ່ນລຳທຳອິດ ແລະ ເປີດນຳໃຊ້ທໍ່ສົ່ງແກັສທຳມະຊາດແຫລວຢ່າງສຳເລັດຜົນ ແລະ ເຂົ້າສູ່ໄລຍະທົດລອງ ການເປີດນຳໃຊ້. ພາຍຫລັງ ໂຄງການ ດັ່ງກ່າວ ເປີດນຳໃຊ້ ຢ່າງເປັນ ທາງການແລ້ວ ຈະເຮັດໃຫ້ ອັດຕາຜະລິດ ໄຟຟ້າ ດ້ວຍພະລັງງານ ສະອາດ ຂອງເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ ເພີ່ມຂຶ້ນຢ່າງຫລວງຫລາຍ.

ຂະນະ​ທີ່ ໂຄງການ ແກັສ ທຳມະຊາດແຫລວ ຮົງກົງ ເປັນໂຄງການ ກໍ່ສ້າງພື້ນຖານໂຄງລ່າງ ດ້ານພະລັງງານ ເທິງທະເລ ທີ່ມີຂະໜາດໃຫຍ່ທີ່ສຸດ ຂອງເຂດ ບໍລິຫານ ພິເສດ ຮົງກົງ ໃນຊຸມປີ ຜ່ານມາ, ຕົ້ນຕໍ ລວມມີສູນຮັບ ແກັສທຳມະຊາດແຫລວ ແຫ່ງໜຶ່ງ, ທ່າກຳປັ່ນ ເທິງທະເລ ທີ່ມີສອງບ່ອນ ທຽບທ່າ ແຫ່ງໜຶ່ງ ແລະ ທໍ່ສົ່ງແກັສທຳມະຊາດ ພື້ນທະເລ 2 ສາຍ. ອາຍຸ ການນຳໃຊ້ ຕາມການອອກແບບ ຂອງທ່າເຮືອແມ່ນ 50 ປີ ຈະສາມາດ ຮັບແກັສ ທຳມະຊາດແຫລວ ໄດ້ເປັນຂະໜາດ 2 ເທົ່າ ຂຶ້ນໄປ ເມື່ອທຽບໃສ່ ສູນຮັບ ທຳມະດາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version