Home ຂ່າວຕ່າງປະເທດ ຄົນພັດຖິ່ນພາຍໃນປະເທດ ຢູ່ທົ່ວໂລກ ເພີ່ມຂຶ້ນ 20 %

ຄົນພັດຖິ່ນພາຍໃນປະເທດ ຢູ່ທົ່ວໂລກ ເພີ່ມຂຶ້ນ 20 %

0

ສຳນັກ​ຂ່າວ AFP ປີ 2022 ມີ​ຜູ້​ພັດ​ຖິ່ນພາຍ​ໃນ​ປະ​ເທດ ຈຳນວນ 71,1 ລ້ານ​ຄົນ ​ເພີ່ມ​ຂຶ້ນ 20% ຈາກ​ປີ​ກ່ອນ​ໜ້າ​ນີ້ ຍ້ອນ​ວິ​ກິດ​ການ​ຕ່າງໆ ທີ່​ເກີດ​ຂຶ້ນທົ່ວ​ໂລກ ​ເຊັ່ນ: ສົງຄາມອູ​ແກຣນ ​ແລະ ອຸ​ທົກ​ກະ​ໄພໃນ​ປາ​ກິດ​ສະຖານ. ສຳລັບ​ຜູ້​ພັດ​ຖິ່ນພາຍ​ໃນ​ປະ​ເທດລາຍ​ໃໝ່ທັງ​ໝົດ 60,9 ລ້ານ​ຄົນ ​ໃນ​ປີ ​2022 ນັບ​ເປັນ​ຕົວ​ເລກສູງ​ສຸດ​ໃນ​ປະຫວັດສາດ ​ແລະ ​ເພີ່ມ​ຂຶ້ນ 60% ​ເມື່ອ​ທຽບ​ໃສ່​ປີ 2021 ມີ​ປະມານ 38 ລ້ານ​ຄົນ. ຂະນະ​ທີ່ການ​ສູ້​ຮົບກັນໃນ​ຊູ​ດັງເຮັດ​ໃຫ້​ປະຊາຊົນຫລາຍ​ກວ່າ 700.000 ຄົນ ກາຍເປັນ​ຜູ້​ພັດ​ຖິ່ນ​ໃນ​ປະ​ເທດ ​ແລະ ຊາວ​ຊູ​ດັງ​ອີກ 150.000 ຄົນ ຫລົບໜີ​ອອກ​ນອກ​ປະ​ເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version