Home ຂ່າວຕ່າງປະເທດ GDP ມາເລເຊຍ ໄຕມາດທຳອິດຂອງປີນີ້ ຂະຫຍາຍຕົວ 5,6%

GDP ມາເລເຊຍ ໄຕມາດທຳອິດຂອງປີນີ້ ຂະຫຍາຍຕົວ 5,6%

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ທະນາຄານກາງມາເລເຊຍລະບຸວ່າ: ເສດຖະກິດຂອງມາເລເຊຍຂະຫຍາຍຕົວ 5,6% ໃນລະຫວ່າງເດືອນມັງກອນເຖິງເດືອນມີນາຜ່ານມາ ຊຶ່ງດີກວ່າທີ່ມີການປະເມີນໄວ້ກ່ອນໜ້ານີ້. ທະນາຄານກາງມາເລເຊຍລະບຸວ່າ: ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳໄຕມາດທຳອິດຂອງປີນີ້ຂະຫຍາຍຕົວ 5,6% ສູງກວ່າທີ່ບັນດານັກວິເຄາະໄດ້ຄາດຄະເນໄວ້ກ່ອນໜ້າວ່າຈະຢູ່ໃນລະດັບ 4,8% ເທົ່ານັ້ນ. ທັງນີ້, ບົດລາຍງານທີ່ວິເຄາະໂດຍທະນາຄານກາງມາເລເຊຍລະບຸວ່າ ການທີ່ GDP ຂອງປະເທດຂະຫຍາຍຕົວເກີນການຄາດຄະເນໃນໄຕມາດທໍາອິດ ເປັນຜົນມາຈາກຄ່າໃຊ້ຈ່າຍຂອງພາກຄົວເຮືອນທີ່ຂະຫຍາຍຕົວບວກກັບການລົງທຶນ ແລະ ຕະຫຼາດແຮງງານທີ່ກັບມາຂະຫຍາຍຕົວ ອີກທັງອຸດສາຫະກຳການທ່ອງທ່ຽວ ຊຶ່ງເປັນໜຶ່ງໃນແຫຼ່ງລາຍໄດ້ຫຼັກຂອງປະເທດມີການຟື້ນຕົວຢ່າງຕໍ່ເນື່ອງສົ່ງຜົນໃຫ້ອັດຕາການວ່າງງານຂອງມາເລເຊຍປະຈຳໄຕມາດທຳອິດຂອງປີນີ້ຫຼຸດລົງຈາກ 3,6% ໃນໄຕມາດສຸດທ້າຍຂອງປີຜ່ານມາຢູ່ທີ່ 3,5%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version