Home ຂ່າວກິລາ ຫວຽດນາມ ເສຍ ໄທ 1-3 ເຊັດ ຄວ້າພຽງຫຼຽນເງິນ ບານສົ່ງຍິງ ຊີເກມ

ຫວຽດນາມ ເສຍ ໄທ 1-3 ເຊັດ ຄວ້າພຽງຫຼຽນເງິນ ບານສົ່ງຍິງ ຊີເກມ

0

ທັບນັກກິລາຕີບານສາວທີມຊາດຫວຽດນາມ ເຮັດໄດ້ດີທີ່ສຸດພຽງຄວ້າຫຼຽນເງິນ ມາຄອງ ຫຼັງໃນຮອບຊີງຊະນະເລີດ ເສຍໃຫ້ ທີມຊາດໄທ 1-3 ເຊັດ ໃນການແຂ່ງຂັນກິລາບານສົ່ງຍິງ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ.

ການແຂ່ງຂັນກິລາບານສົ່ງຍິງ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ຮອບຊີງຊະນະເລີດ ໄດ້ມີຂຶ້ນໃນວັນທີ 14 ພຶດສະພາ 2023 ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເປັນການໂຄຈອນມາພົບກັນຂອງສອງຕົວເຕັງຢ່າງ ທີມຊາດຫວຽດນາມ ແລະ ທີມຊາດໄທ ຊຶ່ງສະຖິຕິການພົບກັນ 5 ຄັ້ງຫຼັງສຸດ ໃນວັນທີ 9 ສິງຫາ 2022 ໄທ ຊະນະ ຫວຽດນາມ 3-0 ເຊັດ (ເອຊຽນ ຄັບ), ວັນທີ 22 ພຶດສະພາ 2025 ໄທ ຊະນະ ຫວຽດນາມ 3-0 ເຊັດ (ຊີເກມ), ວັນທີ 17 ພຶດສະພາ 2022 ໄທ ຊະນະ ຫວຽດນາມ 3-1 ເຊັດ (ຊີເກມ), ວັນທີ 9 ທັນວາ 2019 ໄທ ຊະນະ ຫວຽດນາມ 3-0 ເຊັດ (ຊີເກມ) ແລະ ວັນທີ 7 ທັນວາ 2019 ໄທ ຊະນະ ຫວຽດນາມ 3-0 ເຊັດ (ຊີເກມ).

ຜ່ານການແຂ່ງຂັນໃນນັດນີ້ ຜົນປະກົດວ່າ ທັບນັກກິລາບານຕີສາວທີມຊາດຫວຽດນາມ ຍັງລ້າງອາຖັນບໍ່ໄດ້ເທື່ອ ດ້ວຍການເສຍໃຫ້ ທີມຊາດໄທ ອີກຄັ້ງ 1-3 ເຊັດ 17-25, 25-21, 30-32 ແລະ 21-25 ຄະແນນ ຄວ້າພຽງຫຼຽນເງິນ ແລະ ເປັນສະໄໝທີ 11 ໄປຄອງ. ສ່ວນ ທີມຊາດໄທ ຄວ້າຫຼຽນຄຳໄປຄອງຕາມລະບຽບ ແລະ ເປັນສະໄໝທີ 16.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version