Home ຂ່າວກິລາ ມວຍ ກຸນຂະແມລາວ ສ້າງຜົນງານຄວ້າ 5 ຫຼຽນເງິນ ໃນຊີເກມ ຄັ້ງທີ 32

ມວຍ ກຸນຂະແມລາວ ສ້າງຜົນງານຄວ້າ 5 ຫຼຽນເງິນ ໃນຊີເກມ ຄັ້ງທີ 32

0

ທັບນັກກິລາມວຍ ກຸນ ຂະແມທີມຊາດລາວ ຫຼືທີ່ຮູ້ຈັກກັນດີໃນວົງການກິລາອາຊຽນ ກໍຄື ກິລາມວຍ ສ້າງຜົນງານດ້ວຍການກວາດ 5 ຫຼຽນເງິນ ແລະ 7 ຫຼຽນທອງ ແຕ່ກໍເປັນຜົນງານທີ່ບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ ກ່ອນເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ວ່າຈະສູ້ຊົນໃຫ້ໄດ້ 2 ຫຼຽນຄຳ ແຕ່ກໍຍັງເປັນຜົນງານທີ່ສ້າງສະຖິຕິໃໝ່ດີກວ່າຄັ້ງທີ່ຜ່ານມາ ໃນ ຮ່າໂນ້ຍ ເກມ 2022 ທີ່ຍາດໄດ້ພຽງ 4 ຫຼຽນທອງ.

ສໍາລັບຜົນງານໃນການສົ່ງທັບນັກກິລາມວຍລາວ ເຂົ້າຮ່ວມ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນຈຳນວນ 12 ຄົນ ຈາກ 12 ລາຍການ ກໍຄື ປະເພດຕໍ່ສູ້ປ້ອງກັນຕົວ 10 ຮຸ່ນ ແລະ ປະເພດຟ້ອນ 2 ລາຍການ ຜົນງານສາມາດຍາດໄດ້ 5 ຫຼຽນເງິນ ແລະ 7 ຫຼຽນທອງ. ໃນນີ້ສະເພາະ 5 ຫຼຽນເງິນ ໄດ້ຈາກຮຸ່ນນໍ້າໜັກ 45 ກິໂລຍິງ ນາງ ມະນີວັນ ສີສຸບັນທອງ, ຮຸ່ນນໍ້າໜັກ 54 ກິໂລຊາຍ ທ້າວ ສຸກນາ ແກ້ວຕະລາດ, ຮຸ່ນນໍ້າໜັກ 60 ກິໂລຊາຍ ທ້າວ ອັດຕະໄຊ ສີຫາບຸດ, ຮຸ່ນນໍ້າໜັກ 63,5 ກິໂລຊາຍ ທ້າວ ສຸບິນ ບັນຊາເດດ ແລະ ປະເພດຟ້ອນ ທ້າວ ຄໍາຫຼ້າ ສາມະວົງ. ສ່ວນ 7 ຫຼຽນທອງ ໄດ້ຈາກຮຸ່ນນໍ້າໜັກ 54 ກິໂລຍິງ ນາງ ສົງກາ ຈັນທະວົງ, ຮຸ່ນນໍ້າໜັກ 57 ກິໂລຍິງ ນາງ ດວງໃຈ ຖະແຫຼງລຽບ, ຮຸ່ນນໍ້າໜັກ 60 ກິໂລຍິງ ນາງ ຄໍາມາຍ ລາດຊະວົງ, ຮຸ່ນນໍ້າໜັກ ກິໂລຊາຍ ທ້າວ ສີບູ ບັນຊາເດດ, ຮຸ່ນນໍ້າໜັກ ກິໂລຊາຍ ທ້າວ ສົມບຸນ ບັນຊາເດດ, ຮຸ່ນນໍ້າໜັກ ກິໂລຊາຍ ທ້າວ ບຸນມາ ບຸດດາລາ ແລະ ປະເພດຟ້ອນຍຈາກ ນາງ ມະນີວັງ ສີສຸບັນທອງ ຊຶ່ງ 1 ຮຸ່ນ ທີ່ບໍ່ສາມາດຍາດຫຼຽນໄດ້ໃນການແຂ່ງຂັນງານດັ່ງກ່າວ ແມ່ນຮຸ່ນນໍ້າໜັກ 51 ກິໂລຍິງ.

ຈາກຜົນງານທີ່ຍາດໄດ້ 5 ຫຼຽນເງິນ ແລະ 7 ຫຼຽນທອງ ໃນຄັ້ງນີ້ ແມ່ນຍັງບໍ່ສາມາດບັນລຸເປົ້າໝາຍ ໃນການແຂ່ງຂັນ ງານກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ຊຶ່ງໃນເບື້ອງຕົ້ນ ໄດ້ຄາດຫວັງໄວ້ຈະສູ້ຊົນໃຫ້ໄດ້ 2 ຫຼຽນຄຳ. ແຕ່ເຖິງຢ່າງໃດກໍດີ, ຜົນງານໃນຄັ້ງນີ້ ກໍເປັນສະຖິຕິທີ່ດີ ດີກວ່າຄັ້ງຜ່ານມາ ໃນຮ່າໂນ້ຍ ເກມ 2022 ທີ່ທັບນັກກິລາມວຍລາວ ຍາດໄດ້ພຽງ 4 ຫຼຽນທອງ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version