Home ຂ່າວຕ່າງປະເທດ ສປ ຈີນ ອຳນວຍຄວາມສະດວກໃນການເດີນທາງຂ້າມແດນ

ສປ ຈີນ ອຳນວຍຄວາມສະດວກໃນການເດີນທາງຂ້າມແດນ

0
(230503) -- SHENZHEN, May 3, 2023 (Xinhua) -- Travelers depart for Hong Kong at Luohu Port in Shenzhen, south China's Guangdong Province, on May 3, 2023. The port is handling large customs clearance volumes as the five-day May Day holiday comes to an end. (Xinhua/Liang Xu)

ສຳນັກ​ຂ່າວ​​ຊິນ​ຮວາ ​ຂອງ ສປ ຈີນ ວັນ​ທີ 11 ພືດ​ສະພາ​ນີ້ ສຳນັກງານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊາດ​ຈີນ ກຽມ​ກັບ​ມາໃຫ້​ບໍລິການຊ່ອງ​ທາງ​ພິ​ເສດທີ່​ດ່ານ​ຊາຍ​ແດນທຸກ​ແຫ່ງນັບຕັ້ງ​ແຕ່​ ວັນ​ທີ 15 ພືດ​ສະພາ​ນີ້ ຖື​ເປັນ​ສ່ວນ​ໜຶ່ງຂອງ​ຄວາມ​ພະຍາຍາມອຳນວຍ​ຄວາມ​ສະດວກໃຫ້​ແກ່ການ​ເດີນທາງຂ້າມ​ຊາຍ​ແດນ ຫລັງ​ຈາກພົນລະ​ເມືອງ​ຈີນ ​ໄດ້​ຮັບ​ອະນຸຍາດໃຫ້​ໃຊ້​ ຊ່ອງ​ທາງ​ພິ​ເສດ​ເພື່ອ​ການກວດ​ສອບຂ້າມ​ຊາຍ​ແດນແບບ​ຮີບ​ດ່ວນ ສຳລັບ​ເອກະສານການ​ເດີນທາງ​ຕ່າງໆ ​​ໄດ້​ແກ່ໜັງສື​ເດີນທາງ​ ທົ່ວ​ໄປ ຂອງ​ຊາວ​ຈີນ ໃບ​ອະນຸຍາດ ​ເດີນທາງ​​ເຂົ້າ-ອອກ ຮົງ​ກົງ,ມາ​ເກົາ ​ແລະ ​ໄຕ້​ຫວັນ (ຂອງ​ ສປ ຈີນ) ​ໃບ​ອະນຸຍາດ ​ເດີນທາງ​ ຂອງ​ ສປ ຈີນ ສຳລັບ ຜູ້​ອາ​ໄສ ​ໃນ​ຮົງ​ກົງ ​ແລະ ມາ​ເກົາ ​ໃບ​ອະນຸຍາດ ​ເດີນທາງ ຂອງ ສປ ຈີນ ມີ​ໄລຍະ​ເວລາ 5ປີ ສຳລັບ ຜູ້​ອາ​ໄສ​ ໃນ​ໄຕ້​ຫວັນ ​ແລະ ​ໃບ​ອະນຸຍາດ ​ເດີນທາງ​ ເຂົ້າຫລາຍ​ຄັ້ງ ​ໃນ​ໄລຍະ​ເວລາ 1ປີ.ສ່ວນ​ໜັງສື ​ເດີນທາງ ອີ​ເລັກ​ໂຕຣນິກ ​ແລະ ບັດປະຈຳຕົວ ຜູ້​ອາ​ໄສ​ ຖາວອນ ຊາວ​ຕ່າງປະ​ເທດ ທີ່​ອອກ​ໂດຍ ສປ ຈີນ ​ແລະ ​ໃບ​ອະນຸຍາດ ທີ່ຢູ່​ອາ​ໄສ ມີ​ອາຍຸ ​ການ​ໃຊ້​ງານ ​ຫລາຍ​ກວ່າ 6​ເດືອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version