Home ສຶກສາ ມ.ສ ວຽງຈັນ ຈັດກິດຈະກຳຊົມຮູບເງົາສາລະຄະດີຈີນ-ລາວ

ມ.ສ ວຽງຈັນ ຈັດກິດຈະກຳຊົມຮູບເງົາສາລະຄະດີຈີນ-ລາວ

0

ໃນວັນທີ 8 ພຶດສະພາ ຜ່ານມານີ້, ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວຮ່ວມກັບໂຮງຮຽນມັດທະຍົມສົມບຸນວຽງຈັນ (ມ.ສ ວຽງຈັນ) ໄດ້ຈັດກິດຈະກຳຊົມຮູບເງົາຈີນ ແລະ ສາລະຄະດີມິດຕະພາບລາວ-ຈີນ ຂຶ້ນທີ່ໂຮງຮຽນດັ່ງກ່າວ, ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການ ມ.ສ ວຽງຈັນ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ ພ້ອມດ້ວຍຄູ-ອາຈານ, ນັກຮຽນຈໍານວນ 200 ກວ່າຄົນເຂົ້າຮ່ວມຊົມ.

ໃນໂອກາດນີ້, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ ໄດ້ກ່າວວ່າ: ການສາຍຮູບເງົາໃນຄັ້ງນີ້ແມ່ນໃນໂອກາດລະນຶກເຖິງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 62 ປີ ຊຶ່ງຮູບເງົາທີ່ນໍາມາສາຍໃນຄັ້ງນີ້ມີ 2 ເລື່ອງທີ່ພາກເປັນພາສາລາວ ຊຶ່ງຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ເລື່ອງທຳອິດມີຊື່ວ່າ: ບົດຮຽນໃໝ່ບົນເສັ້ນທາງລົດໄຟລາວ-ຈີນ ເປັນຮູບເງົາສາລະຄະດີເລື່ອງສັ້ນທີ່ເລົ່າເຖິງຄວາມຮັກແພງ ແລະ ໄມຕີຈິດມິດຕະພາບອັນດີງາມລະຫວ່າງສອງອ້າຍນ້ອງທີ່ເປັນຄູສອນກັບລູກສິດໃນການສ້າງເສັ້ນທາງລົດໄຟລາວ-ຈີນ, ນອກນນີ້ ພວກເຮົາຍັງໄດ້ນໍາເອົາຮູບເງົາເລື່ອງ “ມະຫາເສດຖີຈໍາເປັນ” ຊຶ່ງເປັນຮູບເງົາຕະຫຼົກ ທີ່ສະແດງໃຫ້ເຫັນເຖິງນັກຮັບບານ ທີ່ເປັນມືສະໝັກຫຼິ້ນຜູ້ໜຶ່ງ. ເວົ້າລວມແລ້ວ ການຊົມຮູບເງົາໄດ້ສ່ອງແສງໃຫ້ເຫັນເຖິງຊີວິດ ແລະ ການພັດທະນາຂອງສັງຄົມໃນຍຸກນັ້ນ. ຂ້າພະເຈົ້າຫວັງວ່າ ຜ່ານການຊົມຮູບເງົາ ຄັ້ງນີ້ ຈະສ້າງຄວາມປະທັບໃຈໃຫ້ແກ່ຄູ-ອາຈານ ແລະ ນັກຮຽນບໍ່ຫຼາຍກໍໜ້ອຍ.

ພາຍຫຼັງຊົມຮູບເງົາ ຄັ້ງນີ້, ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ມ.ສ ວຽງຈັນ ກໍໄດ້ໃຫ້ສໍາພາດ ແລະ ຕີລາຄາສູງຕໍ່ກັບການພົວພັນມິດຕະພາບລະຫວ່າງສອງຊາດລາວ-ຈີນ ວ່າ: ຜ່ານການຊົມຮູບເງົາ ແລະ ສາລະຄະດີ ຖືວ່າລາວ-ຈີນ ມີການພົວພັນຮ່ວມມືກັນຫຼາຍດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ດ້ານການຂົນສົ່ງສິນຄ້າ ແລະ ອື່ນໆ ຜ່ານທາງລົດໄຟລາວ-ຈີນ ຊຶ່ງເຫັນວ່າມີການພົວພັນກັນຢ່າງສະໜິດແໜ້ນ ຊຶ່ງເຮົາເຫັນໄດ້ຈາກສາລະຄະດີ ເຫັນວ່າຄົນລາວແມ່ນມີຄວາມຮູ້ຄວາມສາມາດຫຼາຍ ແລະ ນັບແຕ່ເລີ່ມມີເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ປະຊາຊົນລາວມີຄວາມສະດວກສະບາຍໃນການໄປມາຫາສູ່ກັນຫຼາຍຂຶ້ນ. ໂດຍສະເພາະໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ, ແລະ ຜ່ານການຊົມຮູບເງົາເລື່ອງ “ມະຫາເສດຖີຈໍາເປັນ” ໄດ້ສອງແສງໃຫ້ເຮົາເຫັນ ແລະ ໄດ້ຂໍ້ຄິດທີ່ດີ ເພື່ອມາປະຕິບັດໃນການໃຊ້ຊີວິດປະຈໍາວັນ ຊຶ່ງໄດ້ສອນໃຫ້ເຮົາບໍ່ເອົາລັດເອົາປຽບຄົນອື່ນ ໃຫ້ເປັນຄົນຊື່ສັດບໍ່ເຫັນແກ່ເງິນຈົນເກີນໄປ ແລະ ເຮັດໃຫ້ເຮົາຮູ້ວ່າບໍ່ຄວນແລ່ນນໍາສັງຄົມຫຼາຍເກີນໄປ. ຂ້າພະເຈົ້າຕີລາຄາວ່າຮູບເງົາທີ່ມາສາຍໃນມື້ນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄູ-ອາຈານ ແລະ ນັກຮຽນເປັນຢ່າງດີທີ່ສຸດໄດ້ທັງຄວາມເບີກບານມ່ວນຊື່ນ ແລະ ໄດ້ທັງສາລະຄວາມຮູ້. ໃນໂອກາດນີ້, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 62 ປີ ຂ້າພະເຈົ້າຂໍອວຍພອນໃຫ້ແກ່ພັກ, ລັດແລະ ປະຊາຊົນສອງຊາດລາວ-ຈີນຈົ່ງສືບຕໍ່ມີການພົວພັນທີ່ດີຕໍ່ກັນຈາກທີ່ເຄີຍດີ ກໍຂໍໃຫ້ດີຍິ່ງຂຶ້ນກວ່າເກົ່າ ຂໍໃຫ້ສາຍພົວພັນມິດຕະພາບລາວ-ຈີນ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version