Home ຂ່າວຕ່າງປະເທດ ລາຄາບໍລິໂພກເພີ່ມຂຶ້ນ ເຮັດໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກຍີ່ປຸ່ນຫຼຸດລົງ

ລາຄາບໍລິໂພກເພີ່ມຂຶ້ນ ເຮັດໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກຍີ່ປຸ່ນຫຼຸດລົງ

0

ຂ່າວສານຫວຽດນາມລາຍງານວ່າ: ການໃຊ້ຈ່າຍຂອງຜູ້ບໍລິໂພກຍີ່ປຸ່ນ ຫຼຸດລົງຢ່າງບໍ່ຄາດຄິດໃນເດືອນ 3/2023 ໃນຈັງຫວະໄວທີ່ສຸດໃນໜຶ່ງປີ, ໃນຂະນະທີ່ລະດັບຄ່າສະບຽງອາຫານໄດ້ຫຼຸດລົງເປັນຄັ້ງທີ 12 ເນື່ອງຈາກອັດຕາເງິນເຟີ້ທີ່ແກ່ຍາວ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນບັນດາສິ່ງທ້າທາຍທີ່ພື້ນຖານເສດຖະກິດຕ້ອງປະເຊີນໜ້າຢູ່ ໃນໄລຍະຂັ້ນຕອນຂອງການຟື້ນຕົວຫຼັງວິກິດການພະຍາດໂຄວິດ-19.

ຂໍ້ມູນຂອງລັດຖະບານຍີ່ປຸ່ນ ທີ່ເປີດເຜີຍໃນວັນທີ 9 ພຶດສະພາ ຜ່ານມາ, ຍັງຊີ້ໃຫ້ເຫັນເຖິງຄວາມບໍ່ແນ່ນອນກ່ຽວກັບການຄາດຄະເນນະໂຍບາຍຂອງທະນາຄານກາງຍີ່ປຸ່ນ (BoJ) ທ່າມກາງການເຕີບໂຕຂອງໂລກທີ່ຊ້າລົງ ແລະ ຄວາມກັງວົນກ່ຽວກັບຂະແໜງການເງິນ ທັງນີ້ກໍໄດ້ມີການຄາດຄະເນຫຼາຍຢ່າງກ່ຽວກັບທະນາຄານ (BoJ) ອາດຈະຢຸດຕິນະໂຍບາຍລະດັບການຜ່ອນຄາຍທາງດ້ານການເງິນ.

ທ່ານ ມາຊາໂຕະ ໂຄອິຄິ ນັກເສດຖະສາດ ຍີ່ປຸ່ນ ໃຫ້ຮູ້ວ່າ: ລາຄາບໍລິໂພກທີ່ເພີ່ມຂຶ້ນ, ເຖິງແມ່ນວ່າຈະຖືກແກ້ໄຂບາງສ່ວນໂດຍບັນດາໂຄງການອຸດໜູນພະລັງງານຂອງລັດຖະບານ, ແຕ່ກໍມີບາງສ່ວນທີ່ຍັງສ້າງແຮງກົດດັນຕໍ່ການບໍລິໂພກເຮັດໃຫ້ກຳລັງຊື້ຂອງຄົວເຮືອນຫຼຸດລົງ.

ຂໍ້ມູນສະແດງໃຫ້ເຫັນວ່າການໃຊ້ຈ່າຍຂອງຄົວເຮືອນໃນເດືອນ 3/2023 ໄດ້ຫຼຸດລົງ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ກົງກັນຂ້າມກັບໂຕເລກການຄາດຄະເນທີ່ເພີ່ມຂຶ້ນ 0,4% ຂອງບັນດານັກວິເຄາະ ແລະ ຫຼັງຈາກການເພີ່ມຂຶ້ນ 1,6% ໃນເດືອນກຸມພາ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version