Home ຂ່າວດ່ວນ ເກີດເຫດການຟ້າຜ່າ ເຮັດໃຫ້ງົວປະຊາຊົນຢູ່ເຂດບ້ານຜາແດງ ເມືອງປາກອູ ຕາຍຫຼາຍກວ່າ 10 ໂຕ

ເກີດເຫດການຟ້າຜ່າ ເຮັດໃຫ້ງົວປະຊາຊົນຢູ່ເຂດບ້ານຜາແດງ ເມືອງປາກອູ ຕາຍຫຼາຍກວ່າ 10 ໂຕ

0

ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ເກີດມີຟ້າຝົນ, ລົມແຮງ, ຟ້າເຫຼື້ອມ ຟ້າຜ່າ ຫຼາຍຈຸດຢູ່ພາຍໃນເມືອງປາກອູ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຜູ້ທີ່ທຳການຜະລິດ, ເປັນຕົ້ນ ສັດລ້ຽງ ປະເພດງົວ ຂອງປະຊາຊົນຢູ່ເຂດບ້ານຜາແດງ ເມືອງປາກອູ ແຂວງ​ຫຼວງພະບາງ ຕາຍຫຼາຍກວ່າ 10 ໂຕ.

ແຫຼ່ງຂ່າວຂອງເມືອງປາກອູ ລາຍງານໃຫ້ຮູ້ວ່າ: ເຫດການຟ້າຜ່າທີ່ເກີດຂື້ນ ເຮັດໃຫ້ງົວຂອງ ທ້າວ ສີຈັນ ວ່າງວົງໄຊ ປັດຈຸບັນຢູ່ ບ້ານຫ້ວຍມາດ ເມືອງປາກອູ ລົ້ມຕາຍຈຳນວນ 14 ໂຕ, ລວມມູນຄ່າຄວາມເສຍຫາຍທັງໝົດ 85 ລ້ານກວ່າກີບ ຜູ້ກ່ຽວໄດ້ໄປເຮັດສວນຫຍ້າ ເພື່ອລ້ຽງງົວ ຢູ່ເຂດບ້ານຜາແດງ ເປັນເວລາ 4 ປີແລ້ວ, ເຫດການທີ່ເກີດຂື້ນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ເຮັດໃຫ້ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວມີຄວາມຕື່ນຕົກໃຈ.

ໃນວັນດຽວດກັນນີ້ ໄດ້ມີເຫດການຟ້າຜ່າ ຢູ່ໃນເຂດບ້ານປາກຫ້ວຍຄໍ້ ເມືອງຈອມເພັດ ເຮັດໃຫ້ປະຊາຊົນເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 2 ຄົນ. ຈາກການບອກເລົ່າຂອງ ທ້າວ ທອງຫຼີ ຜູ້ເຫັນເຫດການໃຫ້ຮູ້ວ່າ: ໃນ ວັນທີ 8 ພຶດສະພາ 2023 ນີ້ ຕົນເອງ ແລະ ປະຊາຊົນພາຍໃນບ້ານປາກຫ້ວຍ ຈຳນວນ 12 ຄົນ ໄດ້ພາກັນລ້ອມຮົ້ວສວນ ພໍຮອດຕອນບ່າຍເວລາປະມານ 14:00 ໂມງ ໄດ້ເກີດມີລົມພັດແຮງ ແລະ ເກີດມີຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼືອມ ຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ຈົນເຮັດໃຫ້ເກີດມີຟ້າຜ່າ ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 1 ຄົນ ເປັນເພດຍີງ ແລະ ບາດເຈັບອີກ 2 ຄົນ, ຍິງ 1 ຄົນ ປັດຈຸບັນກຳລັງຮັກສາປິ່ນປົວຢູ່ໂຮງໝໍ, ຈາກເຫດການທີ່ເກີດຂື້ນ ຕອນເຊົ້າຂອງວັນທີ 9 ພຶດສະພາ ການນຳເມືອງ ຈອມເພັດນຳໂດຍ ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ ໄດ້ລົງຊຸກຍູ້ຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍ ໃນນັ້ນ ໄດ້ມອບເງີນ 2.000.000 ກີບ ແລະ ເຂົ້າສານ 80 ກິໂລ ໃຫ້ຄອບຄົວຜູ້ປະສົບເຄາະຮ້າຍ. ໂອກາດນີ້ ທ່ານ ບຸນມີ ພົງສະໝອນ ນາຍບ້ານປາກຫ້ວຍຄໍ້ ໄດ້ຕາງໜ້າຄອບຄົວຜູ້ຖືກເຄາະຮ້າຍ ສະແດງຄວາມຂອບໃຈຕໍ່ການນຳເມືອງຈອມເພັດ ທີ່ເຫັນຄວາມສຳຄັນ ແລະໃຫ້ການຊ່ວຍເຫຼືອ.

ຂ່າວ: ຖວທ ເມືອງຈອມເພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version