Home ຂ່າວຕ່າງປະເທດ ອັດຕາເງິນເຟີ້ອາເມຣິກາໃນເດືອນເມສາເພີ່ມຂຶ້ນ

ອັດຕາເງິນເຟີ້ອາເມຣິກາໃນເດືອນເມສາເພີ່ມຂຶ້ນ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 10 ພຶດສະພາ ຜ່ານມາ, ທາງການອາເມຣິກາໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ໃນເດືອນເມສາຜ່ານມາ, ອັດຕາເງິນເຟີ້ອາເມຣິກາໄດ້ເພີ່ມຂຶ້ນ ເຖິງແມ່ນວ່າທະນາຄານກາງອາເມຣິກາ (ເຟດ) ຈະປັບຂຶ້ນອັດຕາດອກເບ້ຍມາດົນກວ່າ 1 ປີແລ້ວ.

ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງສະແດງເຖິງຕົ້ນທຶນຂອງສິນຄ້າ ແລະ ບໍລິການຂອງອາເມຣິກາໄດ້ເພີ່ມຂຶ້ນ 0,4% ໃນເດືອນນີ້ ຊຶ່ງເປັນໄປຕາມການຄາດຄະເນຂອງຕະຫຼາດ ເຖິງຢ່າງໃດກໍ ຕາມ, ນັ້ນເທົ່າກັບເພີ່ມຂຶ້ນປີລະ 4,9% ຊຶ່ງໜ້ອຍກວ່າການຄາດຄະເນໄວ້ເລັກນ້ອຍ. ຖ້າຫາກບໍ່ລວມ ໝວດອາຫານ ແລະ ພະລັງງານທີ່ແປປ່ວນ ຊຶ່ງ CPI ຫຼັກເພີ່ມຂຶ້ນ 0,4% ແລະ 5,5% ຈາກປີທີ່ຜ່ານມາ ໂດຍເປັນໄປຕາມທີ່ຄາດຄະເນໄວ້ ຊຶ່ງລາຄາບ່ອນພັກອາໄສທີ່ເພີ່ມຂຶ້ນ, ນໍ້າມັນກາຊວນ ແລະ ລົດມືສອງເຮັດໃຫ້ດັດຊະນີສູງຂຶ້ນ.

ເຖິງຢ່າງໃດກໍຕາມ, ອັດຕາເງິນເຟີ້ຍັງຄົງມີຢູ່ ເຖິງແມ່ນວ່າເຟດຈະພະຍາຍາມຫຼຸດລາຄາຕົ້ນທຶນສິນຄ້າ ແລະ ບໍລິການກໍຕາມ ຊຶ່ງເລີ່ມຕັ້ງແຕ່ເດືອນມີນາ 2022 ທະນາຄານກາງອາເມຣິກາໄດ້ປະກາດປັບຂຶ້ນອັດຕາດອກເບ້ຍຕິດຕໍ່ກັນ 10 ຄັ້ງ ລວມເປັນ 5% ເຮັດໃຫ້ອັດຕາດອກການກູ້ຢືມຂຶ້ນສູ່ລະດັບສູງສຸດໃນຮອບ 16 ປີ. ຂ່າວແຈ້ງວ່າ CPI ຄ່ອຍໆປັບຫຼຸດລົງນັບຕັ້ງແຕ່ຂຶ້ນເຖິງຈຸດສູງສຸດປະມານ 9% ໃນເດືອນມິຖຸນາ 2022 ເຖິງຢ່າງໃດກໍຕາມ, ອັດຕາເງິນເຟີ້ຍັງຄົງສູງກວ່າເປົ້າໝາຍທີ່ເຟດກຳນົດໄວ້ໃນປີນີ້ຢູ່ທີ່ 2%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version