Home ທ່ອງທ່ຽວ ປີນີ້ນັກທ່ອງທ່ຽວເຂົ້າມາທ່ຽວຕາດເລາະ-ຕາດຮັງ ໜາແໜ້ນ

ປີນີ້ນັກທ່ອງທ່ຽວເຂົ້າມາທ່ຽວຕາດເລາະ-ຕາດຮັງ ໜາແໜ້ນ

0

ແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງສາມາດດຶງດູດນັກທ່ອງທ່ຽວ ໄດ້ຢ່າງໜາແໜ້ນລະຫວ່າງການສະເຫລີມສະຫລອງປີໃໝ່ລາວຜ່ານມານີ້ ເຊິ່ງໄດ້ປະກອບສ່ວນການເກັບລາຍຮັບແຂວງ, ເມືອງ ແລະ ບ້ານຕ່າງໆ ພາຍໃນແຂວງສາລະວັນນອກຈາກນັ້ນຍັງສ້າງວຽກເຮັດງານທໍາໄດ້ເປັນຢ່າງດີ.

ຜູ້ປະກອບການຄ້າຂາຍ ແລະ ເຈົ້າເຮືອນພັກ-ໂຮງແຮມ ຢູ່ບໍລິເວນ ອອ້ມຂ້າງໄດ້ລາຍງານວ່າປີນີ້ ການສະຫອງປີໃໝ່ຄຶກຄັກເປັນພິເສດ ເຊິ່ງມີຈໍານວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແວ່ເຂົ້າມາຫລິ້ນ ຢ່າງຫລວງຫລາຍ, ເຊິ່ງໄດ້ສົ່ງຜົນດີພາຍຫລັງພວກເຮົາ ບໍ່ໄດ້ຈັດງານ ສະຫລອງປີໃໝ່ລາວມາແຕ່ທ້າຍປີ 2019 ແລະ ມາຮອດຕົ້ນປີ 2022 ລັດຖະບານໄດ້ເປີດປະເທດຄືນໃໝ່ອັນສືບເນື່ອງມາຈາກການລະບາດ

ຂອງພະຍາດໂຄວິດນັ້ນເອງ.

(ອ່ານລາຍລະອຽດ:https://kpl.gov.la/Detail.aspx?id=72917 )

ພາບຈາກອິນເຕີເນັດ

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version